ເພີ່ມທະວີການສົ່ງເສີມການລົງທຶນ, ການຄ້າຫວຽດນາມ-ໂມຊຳບິກ

ເພີ່ມທະວີການສົ່ງເສີມການລົງທຶນ, ການຄ້າຫວຽດນາມ-ໂມຊຳບິກ - ảnh 1

(ພາບປະກອບ)

(vovworld)- ​​ຕອນ​ເຊົ້າວັນ​ທີ 12/6, ຢູ່​ຮ່າ​ໂນ້ຍ, ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ຈັດການ​ພົບ​ປະ​ສົນທະນາ “ການ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ​ຫວຽດນາມ-​ໂມ​ຊຳ​ບິ​ກ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ດ່າວກວາງ​ທູ, ຮອງ​ລັດຖະມົນຕີກະຊວງ​​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ເນັ້ນໜັກ​ວ່າ: ການ​ຮ່ວມ​ມື​ລົງທຶນ​ລະຫວ່າງຫວຽດນາມ-​ໂມ​ຊຳ​ບິ​ກ ຍັງມີຢູ່​ໃນ​ດ້ານກະສິກຳ ​ແລະ ​ໂທລະ​ຄົມ​ເທົ່າ​ນັ້ນ ​ແຕ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ໂຄງການ​ກໍ່​ບັນລຸ​ໝາກຜົນ​ທີ່​ດີ, ສ້າງ​ບາດກ້າວ​ເດີນໝັ້ນຄົງ​​ໃນການ​ພົວພັນ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ລັດຖະມົນຕີ​ດ່າວກວາງ​ທູ ຕີ​ລາຄາ​ວ່າ: ນີ້​ແມ່ນ​ຈຸດ​ເລີ່​ມຕົ້ນທີ່​ສະດວກ, ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ເຂົ້າມາ​ໂມ​ຊຳ​ບິ​ກ ລົງທຶນ​ໃນ​ຫລາຍ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ໄລຍະ​ຈະ​ມາ​ເຖິງ ພອ້ມທັງ​ສະ​ເໜີ​ວ່າ: ​ໃນ​ຂອບ​ເຂດ​ບັນດາ​ການ​ຮ່ວ​ມມືສອງ​ຝ່າຍ​ລະຫວ່າງຫວຽດນາມ-​ໂມ​ຊຳ​ບິ​ກ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດ​ຊອບ​ສອງ​ປະ​ເທດ ຕ້ອງ​ສົມທົບ​ກັນ ​ແລະ ສ້າງ​ເງື່ອ​ນ​​ໄຂສະດວກ​ເພື່ອ​ໃຫ້​ມີ​​ວິ​ສາ​ຫະກິດ​ແຕ່ລະ​ປະ​ເທດ ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫລາດ​ຂອງ​ກັນຫຼາຍກ່ວາ​ອີກ. ສ່ວນ​ທ່ານ Aiuba Cuereneia ລັດຖະມົນຕີກະຊວງ​​ແຜນການ ​ແລະ ພັດທະນາ​ໂມ​ຊຳ​ບິ​ກ ປາດ​ຖະໜາ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການລົງທຶນ, ການ​ຄ້າ.. ມາ​ຮອດ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ລົງທຶນ​ເຂົ້າ​ໂມ​ຊຳ​ບິ​ກ ປະມານ 350 ລ້ານ​ໂດ​ລາ​ສະຫະລັດ, ຢືນ​ອັນ​ດັບ​ທີ 8 ​ໃນ​ຈຳ​ນວນ 60 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ