ເພີ່ມທະວີການຮ່ວມມືດ້ານ ການປ້ອງກັນຊາດ ຫວຽດນາມ-ນິວຊີແລນ

ເພີ່ມທະວີການຮ່ວມມືດ້ານ ການປ້ອງກັນຊາດ ຫວຽດນາມ-ນິວຊີແລນ - ảnh 1

(ພາບປະກອບ: vietnamplus.vn)

(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ Jonathan Coleman ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນິວຊີ​ແລນ, ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນທະຫານ​ຂັ້ນສູງຫວຽດນາມ ​ໄປ​ຢ້ຽມຢາມສັນຖະວະ​ໄມຕີ​ນິວຊີ​ແລນ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 20-25/3. ວັນ​ທີ 21/3, ຄະນະ​ຜູ້​ແທນທະຫານ​ຂັ້ນສູງຫວຽດນາມ ​ແລະ ຄະນະ​ຜູ້​ແທນກະຊວງ​ປ້ອງ​ກັນ​ປະ​ເທດ​ນິວຊີ​ແລນ ​ໄດ້​ດຳ​ເນີນ​ການ​ພົບ​ປະເຈລະຈາ. ນະ​ທີ່​ນີ້, ລັດຖະມົນຕີ​ສອງ​ທ່ານ​ໄດ້​ແລກປ່ຽນ​ບາງ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ຊື່​ງຕ່າງຝ່າຍ​ມີ​ຄວາມ​ສົນ​ໃຈ. ທ່ານ​ລັດຖະມົນຕີ​ຟຸ່ງກວາງ​ແທງ ຢືນຢັນ​ວ່າ: ຫວຽດນາມ ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ນິວຊີ​ແລນ ​ເປັນ​ສຳຄັນ​ທີ່​ສຸດ, ​ໃນ​ນັ້ນມີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ. ສ່ວນ​ທ່ານ​ລັດຖະມົນຕີ Jonathan Coleman ຢືນຢັນ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ​ນິວຊີ​ແລນ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ລະດັບ​ຄວາມ​ຮູ້​ດ້ານ​ພາສາ​ອັງກິດ​ໃຫ້​ແກ່​ນາຍ​ທະຫານ​ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການແລກປ່ຽນບົດຮຽນ​ກ່ຽວ​ກັບ​ທະຫານ​ເຮືອ. ນິວຊີ​ແລນ ສະໜັບສະໜູນ​ຂໍ້​ລິ​ເລີ່​ມຂອງຫວຽດນາມ ​ໃນ​ການ​ສ້າງຕັ້ງກຸ່ມ​ຜູ້​ຊ່ຽວຊານ​ຮ່ວມ​ມື​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ​ໝາກ​ໝິ່ນ​ຫຼັງ​ສົງຄາມ ​ແລະ ສະໜັບສະໜູນ​ທັດສະນະ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນ​ຕີ​ວິທີ, ປະຕິບັດ​ກົ​ດ​ໝາຍ​ສາກົນ.

 

 

 

ຂ່າວ/ບົດ​ອື່ນ