ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ແລກ​ປ່ຽນ​ທິດ​ສະ​ດີ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ

(VOVWORLD) - ທ່ານປະທານສະພາທິດສະດີ ສູນກາງ  ຫງວຽນຊວັນທັ້ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາຂອງລາວ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ແລກ​ປ່ຽນ​ທິດ​ສະ​ດີ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ - ảnh 1ທ່ານປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັ້ງ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ (ພາບ: TTXVN)

ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັ້ງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນຊວັນທັ້ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາຂອງລາວ, ທ່ານເນັ້ນໜັກວ່າ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈະສົມທົບກັບສະຖາບັນ ການເມືອງ - ການປົກຄອງແຫ່ງຊາດ ລາວ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍປະຕິບັດ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ສອງສະຖາບັນ ເປັນຢ່າງດີ. ສ່ວນທ່ານ ຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ໃຫ້ຮູ້ວ່າ ເປົ້າໝາຍຂອງການຢ້ຽມຢາມ ແລະ ມາເຮັດວຽກຢູ່ ຫວຽດນາມ ເພື່ອແນໃສ່ແບ່ງປັນບົດຮຽນປະສົບການກັບສະພາແຫ່ງຊາດ ຫວຽດນາມ ໃນການຮຽບຮຽງປະຫວັດສາດຂອງສະພາແຫ່ງຊາດ ລາວ ໃນໄລຍະ 50 ປີແຫ່ງການເຕີບໃຫຍ່ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ