ເພີ່ມທະວີການຮ່ວມມືລະຫວ່າງAIPAແລະEP

ເພີ່ມທະວີການຮ່ວມມືລະຫວ່າງAIPAແລະEP - ảnh 1
ການ​ເຈລະຈາ​​ລະຫວ່າງ AIPA ​ແລະ ​EP
(ພາບ: Vietnam+)


(vovworld) – ຕອນ​ບ່າຍວັນ​ທີ 09/09, ​ໃນ​ການ​ເຈລະຈາ​ກັບ​ສະມາຊິກ​ລັດຖະສະພາບັນດາ​ປະ​ເທດ​ສະມາຊິກ ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ, ສະມາຊິກ​ລັດຖະສະພາ​ບັນດາ​ປະ​ເທດສະມາຊິກ​ລັດຖະສະພາ​ເອີ​ລົບ (EP) ​​ໄດ້​ສະ​ແດງ​ຄວາມ​ພ້ອມ​ແລ້ວ​ທີ່​ຈະ​ໜູ​ນຊ່ວຍ​ດ້ານ​ເຕັກນິກ​ສຳລັບ​ບັນດາ​ປະ​ເທດສະ​ຊິກ AIPA. ການ​ເຈລະຈາ​ດັ່ງກ່າວ ນອນ​ໃນ​ຂອບ​ເຂດກອງປະຊຸມ​ລັດຖະສະພາ​ຄັ້ງ​ທີ 36 ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA 36), ທີ່ພວມ​ດຳ​ເນີນ​ໄປ​ຢູ່ ກົວ​ລາ​ລຳ​ເປີ, ​ແຕ່​ວັນ​ທີ 06 – 12/09. ບັນດາ​ສະມາຊິກລັດຖະສະພາ​ເອີ​ລ​​ົບ EP ຊີ​ແຈ້ງ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ຄວນ​ສຸມ​ໃສ່​ເພີ່​ມທະວີ​ການ​ແລກປ່ຽນ​ ​ແລະ ຮ່ວມ​ມື. ບັນດາ​ປະ​ເທດ​ສະມາຊິກ EP ພ້ອມ​ແລ້ວທີ່​ຈະ​ໜູນ​ຊ່ວຍ AIPA ​ໃນ​ບັນດາ​ຂົງ​ເຂດ​ຄື, ​ເພີ່ມ​ທະວີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ລັດຖະສະພາ​ໃນ​ບັນຫາ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ກວ່າ, ​ເພິ່ມທະວີ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ ​ແລະ ພິ​ເສດ​ແມ່ນບົດຮຽນ ​ໃນ​ການ​ສ້າງ​ກົດໝາຍ ຮັບ​ໃຊ້ການ​ເຊື່ອ​ມ​ໂຍງ​ຂອງ​ປະ​ເທດ​ຕ່າງໆ. EP ກໍ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ເຈລະຈາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ EP ​ແລະ AIPA.

ຂ່າວ/ບົດ​ອື່ນ