ເພີ່ມທະວີການຮ່ວມມືລະຫວ່າງກຳມະບານຫວຽດນາມແລະປອກຕຸຍການ

ເພີ່ມທະວີການຮ່ວມມືລະຫວ່າງກຳມະບານຫວຽດນາມແລະປອກຕຸຍການ - ảnh 1
ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ ​
ເຈ​ລະ​ຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ​ໃຫຍ່​ແຮງ​ງານ​
ປອກຕຸຍ​ການ Armenio Carlos
 (ພາບ: laodong.com.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 6/7, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ​ໃຫຍ່​ແຮງ​ງານ​ປອກຕຸຍ​ການ Armenio Carlos. ທີ່​ການ​ເຈລະຈາ, 2 ຝ່າຍ​ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ຍູ້​ແຮງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກ່ວາ​ອີກ. ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ,  ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ກຳມະບານ​ຫວຽດນາມ ມີ​ສະມາຊິກ​ກຳມະບານ​ປະມານ 8,5 ລ້ານ​ຄົນ ​ແລະ ​ເກືອບ 120.000 ກຳມະບານ​ຮາກ​ຖານ. ດ້ວຍ​ແຜນ​ນະ​ໂຍບາຍ​​ເຊື່ອມ​ໂຍງ​ເຂົ້າ​ກັບເສດຖະກິດ​ ​ສາກົນ, ກຳມະບານ​ຫວຽ​ດນາມ ​​ໄດ້ເອົາ​ໃຈ​ໃສ່​ພິ​ເສດ​ເຖິງການ​ພັດທະນາ​ສະມາ​ຊິກ​ກຳມະບານ ​ແລະ ກຳມະບານ​ຮາກ​ຖານ, ພິ​ເສດ​ໃນ​ເຂດ​ເສດຖະກິດນອກ​ແຫ່ງ​ລັດ. ກຳມະບານ​ຫວຽດນາມ ສືບ​ຕໍ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຈະ​​ເປັນຜູ້ຕາງໜ້າ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ. ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ ປາດ​ຖະໜາ​ວ່າ: ​ແຕ່ລະ​ປີ 2 ຝ່າຍ​ຄວນເພີ່ມ​ທະວີ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ສະພາບ​​ແຮງ​ງານ ​ແລະ ກຳມະບານ​, ພ້ອມ​ທັງ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນໃນ​ບັນດາ​ເວທີ​ປາ​ໄສ​ສາກົນ.

ຂ່າວ/ບົດ​ອື່ນ