ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຕິວັດ ຕັງຊານີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຈາກພັກປະຕິວັດ ຕັງຊານີ (CCM) ແລະ ໄດ້ຮັບໜ້າທີ່ຈາກຂອງຄະນະເລຂາທິການສູນກາງພັກ, ແຕ່ວັນທີ 20 – 24 ກັນຍາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈົ້າວັນເລີມ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ຕວຽນກວາງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕັງຊານີ. 

ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຕິວັດ ຕັງຊານີ - ảnh 1

ຄະນະຜູ້ແທນ ຫວຽດນາມ ເຮັດວຽກຢູ່  ບໍລິສັດຮ່ວມທຸລະກິດຄົມມະນາຄົມ ຫວຽດນາມ - ຕັງຊານີ (Halotel)

(ພາບ: Mạnh Hùng/TTXVN)

ວັນທີ 21 ກັນຍາ, ທີ່ນະຄອນຫຼວງ Dodoma, ທ່ານ Abdulrahman Kinana  ເລຂານຸການພັກປະຕິວັດ ຕັງຊານີ ກຳອຳນາດ ແລະ ຄະນະການນຳພັກ CCM ໄດ້ຕ້ອນຮັບຄະນະ. ທ່ານເລຂານຸການພັກ  CCM  Abdulrahman Kinana ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ກັບ ພັກກອມມູນິດ ຫວຽດນາມ ໃນບັນດາຂົງເຂດຄື ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ຝຶກອົບຮົມ, ບຳລຸງສ້າງພະນັກງານຫຼັກແຫຼ່ງຂອງພັກ.  ທ່ານເລຂານຸການພັກ  CCM  Abdulrahman Kinana ປາດຖະໜາຢາກສົ່ງຄະນະຜູ້ແທນຂັ້ນສູງຂອງພັກ CCM ໄປຢ້ຽມຢາມ, ຮ່ຳຮຽນເອົາບົດຮຽນຂອງ ຫວຽດນາມ ໃນການສ້າງພື້ນຖານເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ການພັດທະນາເສດຖະກິດ ແລະ ບັນດານະໂຍບາຍຮັບປະກັນຊີວິດສັງຄົມ.

        ສ່ວນທ່ານ ເຈົ້າວັນເລີມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຕັງຊານີ.

        ໃນໄລຍະຢ້ຽມຢາມ, ເຮັດວຽກຢູ່ ຕັງຊານີ, ຄະນະໄດ້ໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ຕັງຊານີ, ຢ້ຽມຢາມບໍລິສັດຮ່ວມທຸລະກິດຄົມມະນາຄົມ ຫວຽດນາມ - ຕັງຊານີ (Halotel), ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນຫຼວງ Dodoma, ນະຄອນ Dar es Salaam.

ຕອບກັບ

ຂ່າວ/ບົດ​ອື່ນ