ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ເຊັກ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ເຊັກ - ảnh 1
ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​​ ຫງວຽນ​ທິກິມ​ເງິນ
ຕ້ອນຮັບ​ທ່ານ​ຮອງ​ຫົວໜ້າ Ales Radl, ສ.ເຊັກ
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 11/03, ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນກຳມາທິການ​ເສດຖະກິດ​ສະພາ​ຕໍ່າ​ເຊັກ ​ໂດຍ​ທ່ານ​ຮອງ​ຫົວໜ້າ Ales Radl ​ເປັນ​ຫົວໜ້າ​ຄະນະທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ ຫງວຽນ​ທິກິມ​ເງິນ ​ສະ​ແດງ​ຄວາມ​ປິຕິ​ຊົມ​​ຊື່​ນຕໍ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດນັບ​ມື້​ນັບ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ດີງາມ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ໃຫ້​ທັງ 2 ຝ່າຍ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ສ.​ເຊັກ ​ເວົ້າ​ລວມ​ ​ແລ​ະ ​ກຳມາທິການ​ເສດຖະກິດ​ສະພາ​ຕໍ່າ​ເຊັກ ​ເວົ້າ​ສະ​ເພາະ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນການ​ແປ່​ງປັນ​ບົດຮຽນ, ການສ້າງ ​ແລະ ປັບປຸງ​ກົດໝາຍ, ປະກອບສ່ວນ​ອັນ​ແທດ​ຈິ່ງ​ເຂົ້າ​​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈມິດ​ຕະພາບ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ