ເພີ່ມທະວີການຮ່ວມມືະຫວ່າງທ້ອງຖິ່ນ, ປະກອບສ່ວນເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ

(VOVWORLD) -2 ແຂວງ ດົ່ງນາຍ ແລະ ຈຳປາສັກ ໄດ້ເຫັນດີເພີ່ມທະວີການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືກ່ຽວກັບວຽກງານກໍ່ສ້າງພັກ, ອຳນາດການປົກຄອງທ້ອງຖິ່ນ, ສາທາລະນະສຸກ, ການສຶກສາ
ເພີ່ມທະວີການຮ່ວມມືະຫວ່າງທ້ອງຖິ່ນ, ປະກອບສ່ວນເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ - ảnh 1ພິທີລົງນາມທາງໄກ
(ພາບ: Báo Đồng Nai)

ວັນທີ 28 ທັນວາ, ຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ໄດ້ຈັດພິທີລົງນາມທາງໄກ ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ແລະ ອຳນາດການປົກຄອງແຂວງ ຈຳປາສັກ (ລາວ) ໄລຍະ 2022-2026.

        ຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳແລ້ວ, 2 ແຂວງ ດົ່ງນາຍ ແລະ ຈຳປາສັກ ໄດ້ເຫັນດີເພີ່ມທະວີການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືກ່ຽວກັບວຽກງານກໍ່ສ້າງພັກ, ອຳນາດການປົກຄອງທ້ອງຖິ່ນ, ສາທາລະນະສຸກ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສົ່ງເສີມການຄ້າ, ການລົງທຶນ, ທ່ອງທ່ຽວ, ກະສິກຳ, ການພົວພັນແລກປ່ຽນວັດທະນະທຳ, ປະຊາຊົນ ແລະແລກປ່ຽນລັດຖະກອນ. ແຕ່ລະປີ, ຄະຍະກຳມະການປະຊາຊົນແຂວງ ດົ່ງນາຍ ຈະໜູນຊ່ວຍ, ສະໜອງທຶນສຶກສາບຳລຸງສ້າງລະດັບວິທະຍາໄລ, ມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ 10 ທຶນໃຫ້ອຳນາດການປົກຄອງແຂວງ ຈຳປາສັກ; ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂອງ 2 ຝ່າຍຊອກຮູ້ພັດທະນາຕະຫຼາດ ແລະ ດຳເນີນທຸລະກິດ.

        ຜູ້ຕາງໜ້າຂອງ 2 ທ້ອງຖິ່ນເຊື່ອໝັ້ນວ່າ 2 ແຂວງສືບຕໍ່ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືຄືນໃໝ່, ໃນໄລຍະ 2022 – 2026, ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ດົ່ງນາຍ ກັບແຂວງ ຈຳປາສັກ ເວົ້າສະເພາະໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ