ເພີ່ມທະວີການເຊື່ອມຕໍ່ບັນດາວິສາຫະກິດ ເອີລົບ ລົງທຶນເຂົ້າ ດ່ານັ້ງ

(VOVWORLD) -ໃນໄລຍະຈະມາເຖິງ ທາງນະຄອນຈະຈັດເວທີປາໄສລົງທຶນ 2022 ເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາລະໂອກາດລົງທຶນຂອງນະຄອນ ດ່ານັ້ງ.
ເພີ່ມທະວີການເຊື່ອມຕໍ່ບັນດາວິສາຫະກິດ ເອີລົບ ລົງທຶນເຂົ້າ ດ່ານັ້ງ - ảnh 1(ກອງປະຊຸມສຳມະນາແບບທາງໄກ “EuroCham ພົບປະກັບບັນດາແຂວງທາງພາກໃຕ້”)

ຕອນເຊົ້າວັນທີ 03 ມິຖຸນາ, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໄດ້ຈັດກອງປະຊຸມສຳມະນາແບບທາງໄກ “EuroCham ພົບປະກັບບັນດາແຂວງທາງພາກໃຕ້”. ເຫດການເພື່ອແນໃສ່ເຊື່ອມຕໍ່ບັນດາວິສາຫະກິດ ເອີລົບ ກັບບັນດາແຂວງທາງພາກກາງ ຫວຽດນາມ ລວມມີ: ດ່ານັ້ງ, ກວາງນາມ ແລະ ເທື່ອທຽນເຫ້ວ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ໂຮ່ກີມິນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ທາງນະຄອນຈະຈັດເວທີປາໄສລົງທຶນ 2022 ເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາລະໂອກາດລົງທຶນຂອງນະຄອນ ດ່ານັ້ງ. ຜ່ານນັ້ນ, ບັນດາວິສາຫະກິດ, ນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ມີຄວາມສົນໃຈຄັດເລືອກ, ຕັດສິນໃຈລົງທຶນ.

        “ໃນໄລຍະຈະມາເຖິງ, ນະຄອນ ດ່ານັ້ງ ຫວັງວ່າ, ຈະໄດ້ຮັບຫຼາຍໂຄງການລົງທຶນຂອງວິສາຫະກິດ ເອີລົບ ໃນບັນດາຂົງເຂດປາຍແຫຼມ ເຊິ່ງທາງນະຄອນພວມກຳນົດທິດພັດທະນາ. ອຳນາດການປົກຄອງໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ເອີລົບ ສ້າງຕັ້ງ ແລະ ຜັນຂະຫຍາຍໂຄງການຢູ່ນະຄອນ ດ່ານັ້ງ ໃຫ້ບັນລຸປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ