ເພີ່ມທະວີທັກສະຕີລາຄາຜົນກະທົບຈາກສິ່ງແວກລ້ອມຂອງໂຄງການພັດທະນາຂະໜາດໃຫຍ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ

ເພີ່ມທະວີທັກສະຕີລາຄາຜົນກະທົບຈາກສິ່ງແວກລ້ອມຂອງໂຄງການພັດທະນາຂະໜາດໃຫຍ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
(ພາບປະກອບ)

(vovworld) - ​ ກອງ​ປະຊຸມ​ປຶ​ກສາ​ຫາລື “ເພີ່ມ​ທະວີທັກ​ສະຕີ​ລາຄາ​ຜົນ​ກະທົບ​ຈາກ​ສິ່ງ​ແວກ​ລ້ອມ​ຂອງ​ໂຄງການ​ພັດທະນາ​ຂະໜາ​ດ​​ໃຫຍ່​ຢູ່​​ເຂດທົ່ງພຽງ​ແມ່ນ້ຳຂອງ” ​ໂດຍ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ສົມທົບ​ກັບ​ອົງການອຸປະຖຳ​ສາກົນ​ຂອງ ອາ​ເມ​ລິ​ກາ (USAID), ​ໂຄງການ​ຄົ້ນຄວ້າ​ສູນ​ພັດທະນາ​ປະດິດ​ສ້າງ​ຂຽວ (GreenID) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/04 ຢູ່​ນະຄອນ ​ເກີນ​ເທີ. ​ໃນ​ລະຫວ່າງ​ວັນ​ທີ 19 – 21/04 ທ່ານ​ນາງ ຮ່າ​ທິຮົ່ງຫາຍ ຜູ້​ປະສານ​ງານ​ໂຄງການ​ຄົ້ນຄວ້າ​ຂອງ GreenID ​ໃຫ້​ຮູ້​ວ່າ: ​ໂຄງການ “ເພີ່ມ​ທະວີທັກ​ສະຕີ​ລາຄາ​ຜົນ​ກະທົບ​ຈາກ​ສິ່ງ​ແວກ​ລ້ອມ​ຂອງ​ໂຄງການ​ພັດທະນາ​ຂະໜາ​ດ​​ໃຫຍ່​ຢູ່​​ເຂດທົ່ງພຽງ​ແມ່ນ້ຳຂອງ” ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ຕົ້ນ​ປີ 2016 ຈົນ​ຮອດ​ທ້າຍ​ເດືອນ 3/2017 ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ວິວັດ​ການ​ອອກ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ໂຄງການ​ພະລັງງານ. ພ້ອມ​ທັງ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ໃຫ້​ປະຊາ​ຄົມ​ກ່ຽວ​ກັບ​ບັນດາ​ລາຍ​ຈ່າຍ ​ແ​ລະ ຜົນ​ປະ​ໂຫຍ​ດດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ​ຂອງ​ໂຄງການ​ພັດທະນາ​ລະດັບ​ຊາດ ຫຼື ພາກ​ພື້ນ.

ຂ່າວ/ບົດ​ອື່ນ