ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​​ແບບພິ​ເສດ​ລະ​ຫວ່າງ ຫ​ວຽດ​ນາມ - ລາວ

(VOVWORLD) - ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​​ແບບພິ​ເສດ​ລະ​ຫວ່າງ ຫ​ວຽດ​ນາມ - ລາວ - ảnh 1ທ່ານ ດັ້ງມີງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ແລະ ທ່ານ ນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ປະຈຳຈີນ (ພາບ: TTXVN)

       ເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ, ຕອນຄ່ຳວັນທີ 9 ເມສາ, ທ່ານ ດັ້ງມີງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ພ້ອມດ້ວຍໝູ່ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ຈີນໄດ້ໄປເຂົ້າຮ່ວມການພົບປະສັງສັນ ແລະ ອວຍພອນປີໃໝ່ຢູ່ສະຖານທູດ ລາວ ປະຈຳ ນະຄອນຫຼວງ ປັກກິ່ງ.

ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ເອກອັກຄະລັດຖະທູດທັງສອງທ່ານໄດ້ພ້ອມກັນຫວນຄືນບັນດາບາດກ້າວພັດທະນາອັນດີງາມໃນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ໃນໄລຍະທີ່ຜ່ານມາ. ບົນຈິດໃຈນັ້ນ, ສະຖານທູດ ຫວຽດນາມ - ລາວ ປະຈຳຈີນໄດ້ຮ່ວມມືກັນຢ່າງບໍ່ຢຸດຢັ້ງ, ຢັ້ງຢືນການສະໜັບສະໜູນຢ່າງແຮງສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ກໍ່ຄືການສົບທົບກັນໃນບັນດາການເຄື່ອນໄຫວທາງການທູດສອງຝ່າຍ ແລະ ໃນຂອບເຂດສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງມີປະສິດທິຜົນ, ພະນັກງານສອງສະຖານທູດ, ພິເສດແມ່ນບັນດາພະນັກງານໜຸ່ມໄດ້ມີການເຄື່ອນໄຫວແລກປ່ຽນ, ພົບປະສັງສັນນຳກັນຫຼາຍຢ່າງເພື່ອເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ