ເພີ່ມ​ທະ​ວີ​ບັນ​ດາ​ມາ​ດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດມາດຕະການສະກັດກັ້ນ, ກວດພົບ, ແຍກຕົວ, ປິດລ້ອມເຂດເພື່ອດັບມອດໂລກລະບາດ ແລະ ປິ່ນປົວໃຫ້ຄົນເຈັບຕິດເຊື້ອຢ່າງຕັ້ງໜ້າ; ພ້ອມກັນນັ້ນ, ຕ້ອງຈັດຕັ້ງການສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນໃຫ້ແກ່ປະຊາຊົນໃນເຂດຈຳກັດບໍລິເວນ, ເຂດແຍກຕົວ ແລະ ເຂດປະຕິບັດການແຍກຫ່າງສັງຄົມ.
ເພີ່ມ​ທະ​ວີ​ບັນ​ດາ​ມາ​ດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: baochinhphu.vn)

ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນຢູ່ນະຄອນ ໂຮ່ຈີມິນ ແລະ ແຜ່ລະບາດອອກສູ່ທ້ອງຖິ່ນຕ່າງໆຢ່າງໄວວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍສົ່ງໂທລະເລກກ່ຽວກັບການເພີ່ມທະວີບັນດາມາດຕະການຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເພື່ອປະຕິບັດເປົ້າໝາຍຄວບຄູ່. ໃນໂທລະເລກ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດມາດຕະການສະກັດກັ້ນ, ກວດພົບ, ແຍກຕົວ, ປິດລ້ອມເຂດເພື່ອດັບມອດໂລກລະບາດ ແລະ ປິ່ນປົວໃຫ້ຄົນເຈັບຕິດເຊື້ອຢ່າງຕັ້ງໜ້າ; ພ້ອມກັນນັ້ນ, ຕ້ອງຈັດຕັ້ງການສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນໃຫ້ແກ່ປະຊາຊົນໃນເຂດຈຳກັດບໍລິເວນ, ເຂດແຍກຕົວ ແລະ ເຂດປະຕິບັດການແຍກຫ່າງສັງຄົມ.

        ສຳລັບນະຄອນ ໂຮ່ຈີມິນ, ຄະນະກຳມະການນະຄອນ ໂຮ່ຈີມິນ ຕ້ອງເພີ່ມທະວີການຊີ້ນຳຈັດຕັ້ງປະຕິບັດບັນດາມາດຕະການຢ່າງແຮງ ແລະ ເຖິງຖອງກວ່າ ເພື່ອດັບມອບແຫຼ່ງແຜ່ເຊື້ອໂດຍໄວ ແຕ່ບໍ່ເຮັດໃຫ້ເກີດສະພາບລົດຂົນສົ່ງສິນຄ້າຕິດຄ້າງ ແລະ ຮັກສາການເຄື່ອນໄຫວດຳເນີນທຸລະກິດ ຢູ່ໃນລະດັບສູງສຸດ ໃນໄລຍະເກີດໂລກລະບາດ. ໄປຄຽງຄູ່ກັນນັ້ນ, ປະຕິບັດບັນດາມາດຕະການໃຫ້ຄົບຊຸດເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ; ພິເສດແມ່ນເອົາໃຈໃສ່ເຖິງການຊ່ວຍເຫຼືອຄົນທຸກຍາກ, ຜູ້ທີ່ບໍ່ມີລາຍຮັບຍ້ອນຖືກຜົນກະທົບຈາກໂລກລະບາດ…; ບໍ່ປະໃຫ້ຜູ້ໃດຖືກຂາດແຄນອຶດຫິວຍ້ອນໂລກລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ