ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ມີເອກະສານທາງລັດຖະການສົ່ງໄປຍັງພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງຕ່າງໆ, ບັນດາອົງການສື່ມວນຊົນ, ອົງການຈັດຕັ້ງ, ວິສາຫະກິດ ສ້າງ page ເພື່ອເພີ່ມທະວີການແນະນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສື່ສັງຄົມອອນລາຍ ດ້ວຍຫຼາຍຮູບແບບທີ່ແຕກແຕ່າງກັນໃຫ້ເໝາະສົມກັບແຕ່ລະເປົ້າໝາຍ, ລັກສະນະວັດທະນະທຳຂອງເຂດພາກ.

 ວັນທີ 13 ສິງຫາ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ມີເອກະສານທາງລັດຖະການສົ່ງໄປຍັງພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງຕ່າງໆ, ບັນດາອົງການສື່ມວນຊົນ, ອົງການຈັດຕັ້ງ, ວິສາຫະກິດ ສ້າງ page ເພື່ອເພີ່ມທະວີການແນະນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສື່ສັງຄົມອອນລາຍ ດ້ວຍຫຼາຍຮູບແບບທີ່ແຕກແຕ່າງກັນໃຫ້ເໝາະສົມກັບແຕ່ລະເປົ້າໝາຍ, ລັກສະນະວັດທະນະທຳຂອງເຂດພາກ; ອັບເດດຄຳແນະນຳ, ຂໍ້ກຳນົດຂອງຂະແໜງການສາທາລະນະສຸກ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການວິຊາການ; ເພີ່ມທະວີໂຄສະນາ, ເຜີຍແຜ່, ຮຽກຮ້ອງປະຊາຊົນສ້າງຕັ້ງແບບການກະທຳ, ຄວາມຊິນເຄີຍ, ທັກສະໃໝ່ໃນການປ້ອງກັນຕ້ານ, ໂລກລະບາດໂຄວິດ - 19.

ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)
 ກໍກ່ຽວຂ້ອງເຖິງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຕອນເຊົ້າວັນທີ 14 ສິງຫາ, ຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ດ່າໜັງ ກໍໄດ້ອອກແຈ້ງການ ຢຸດຕິບັນດາການເຄື່ອນໄຫວໃນບໍລິເວນນະຄອນ ດ່າໜັງ ໂດຍຊົ່ວຄາວພາຍໃນ 7 ວັນ (ແຕ່ເວລາ 8 ໂມງຂອງວັນທີ 16 – 23 ສິງຫາ) ເພື່ອສຸມໃສ່ວຽງການສະກັດກັ້ນໂລກລະບາດ.
ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2(ພາບປະກອບ: TTXVN)
 ສ່ວນຢູ່ນະຄອນ ໂຮ່ຈີມິນ, ວັນທີ 13 ສິງຫາ, ເຮືອບິນຂອງບໍລິສັດການບິນ Vietjet ໄດ້ຂົນສົ່ງເຄື່ອງຊ່ວຍຫາຍໃຈລະດັບສູງ ແລະ ທັນສະໄໝ ຈາກ ເຢຍລະມັນ ຈຳນວນ 200 ເຄື່ອງ ລົງຈອດຢູ່ສະໜາມບິນ ເຕິນເຊີນເຍິດ, ນະຄອນ ໂຮ່ຈີມິນ. ຈຳນວນເຄື່ອງຊ່ວຍຫາຍໃຈດັ່ງກ່າວ ຈະໄດ້ຈັດແບ່ງໃຫ້ໂຮງໝໍແນວໜ້າໃນບໍລິເວນນະຄອນ ໃນວັນທີ 14 ສິງຫາ, ສ່ວນຍັງເຫຼືອ ຈຶ່ງສືບຕໍ່ຈັດແບ່ງໃຫ້ບັນດາໂຮງໝໍຢູ່ ຮ່າໂນ້ຍ, ດົ່ງນາຍ ແລະ ກຽນຢາງ. ນີ້ແມ່ນຂອງຂວັນ ຂອງ ກຸ່ມບໍລິສັດ Sovico, ທະນາຄານການຄ້າຫຸ້ນສ່ວນພັດທະນານະຄອນ ໂຮ່ຈີມິນ ພ້ອມດ້ວຍ ບໍລິສັດການບິນ Vietjet  ເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ