ເພື່ອນມິດສາກົນສືບຕໍ່ເອົາໃຈໃສ່ກ່ຽວກັບສະພາບການຢູ່ທະເລຕາເວັນອອກ

ເພື່ອນມິດສາກົນສືບຕໍ່ເອົາໃຈໃສ່ກ່ຽວກັບສະພາບການຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບຈາກ TTXVN)

(vovworld) – ວັນ​ທີ 6/7, ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ​ເຊີ​ແນວ ​ໂດຍ ທ່ານ ຫງວຽນ​​ແທ່ງ​ຈູງ, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ປະຕິບັດ​ງານ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ບັນດາ​ປະຊາ​ຊາດ ​ແລະ ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ແຮງ​ງານ ລັດ ​ເຊີ​​ແນວ (ປະ​ເທດ​ສະ​ວິດ) ດ້ວຍ​ຖານະ​ເປັນ​ແຂກ​ກິ​ຕິ​ມະ​ສັກ. ຕໍ່​ໜ້າ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເພື່ອນ​ມິດສາ​ກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ຊຶ່ງເລີ່​ມມາ​ຈາກ​ເລື່ອງ ຈີນ ຕັ້ງຮ້ານ​​ເຈາະ​ນ້ຳມັນ ​ໄຮ​ຢາງ 891 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ຢືນຢັນ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ຢືນຢັນ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ນຳ​​ໃຊ້​ທຸກໆ​ມາດ​ຕະການ​ສັນຕິພາບ, ສອດຄ່ອງ​ກັບ​ກົດ​ໝາຍ​ສາກົນ​ໃນ​ນັ້ນ​ມີ​ສົນທິສັນຍາ​ ສປຊ ກ່ຽວ​ກັບກົດໝາ​ຍວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ, ປະກອບສ່ວນ​ຮັກສາສັນຕິພາບ, ສະຖຽນ​ລະ​ພາບ​ຂອງພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.

    ບັນດາ​ສະມາຊິກ​ຂອງ​ພັກ​ແຮງ​ງານ​ລັດ ​ເຊີ​ແນວ (ປະ​ເທດ​ສະ​ວິດ), ​ເພື່ອນ​ມິດສາ​ກົນ ​ແລະ ມະຫາຊົນ​ເຂົ້າ​ຮ່ວມ​​ໄດ້ຕີ​ລາຄາ​ສູງ​ບັນດາ​ຂໍ້​ມູນ​ຂ່າວສານ​ຂອງ ຫວຽດນາມ, ຊ່ວຍ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຫຼາຍກ່ວາອີກ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່ອນ​ໜ້າ​ນັ້ນ, ສະມາຄົມ​ມິດຕະພາບ​ກັບ ຫວຽດນາມ​ຂອງ​ຫຼາຍ​ປະ​ເທດ​ເຊິ່ງລວມມີ: ສະ​ວິດ, ຝຣັ່ງ, ​ເຢຍລະ​ມັນ, ​ແອັດ​ສະ​ປາຍ.​.​.​ ​ໄດ້​ສົມທົບ, ພ້ອມ​ກັນ​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ການ​ກະທຳ​ຂອງ ຈີນ ລ່ວງ​ລ້ຳ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ຢ່າງ​ຮຸນ​ແຮງ, ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ໜັກ​, ​ເດັດດ່ຽວ​ທວງ​ໃຫ້ ຈີນ ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ນາບ​ຂູ່​ ຫວຽດນາມ ກໍ່​ຄື​ກັບ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ