ເພື່ອນມິດສາກົນອວຍ ພອນບຸນປີໃໝ່ປະຈຳຊາດ ຫວຽດນາມ


ເພື່ອນມິດສາກົນອວຍ ພອນບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 1 

ລາຍກາ​ນສະ​ແດງ​ສິລະ​ປະ​ທີ່ສະຖານທູ​ດຫວຽດນາມ ປະຈຳ​ຍີ່ປຸ່ນ

(ພາບ: vov)

 (vovworld)- ​​​ ຕອນ​ຄ່ຳວັນທີ 28/1, ສະຖານທູ​ດຫວຽດນາມ ປະຈຳ​ຍີ່ປຸ່ນ ​ໄດ້​ຈັດ​ງານ​ລ້ຽງ​ໃນ​ໂອກາດ​ບຸນປີ​ໃໝ້ປະຈຳ​ຊາດ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງບັນດາ​ເຈົ້າໜ້າ​ທີ່, ນັກ​ການ​ເມືອງ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດຕັ້ງ, ວິ​ສາ​ຫະກິດ​ຍີ່ປຸ່ນ ​ແລະ ອົງການ​ທູຕານຸທູດ​ຢູ່​ໂຕ​ກຽວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮຶງ ຢືນຢັນ​​ເຖິງ​ຄວາມ​ຄຶບໜ້າ​ອັນໝັ້ນຄົງ​ໃນ​ການ​ພົວພັນ​ຫວຽດນາມ-​ຍີ່ປຸ່ນ ​ໃນ​ປີ 2013 ຊື່​ງ​ແມ່ນປີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ​ແລະ ບັນດາ​ເຫດການ​ວັດທະນະທຳ, ​ເສດຖະກິດ​ຖືກຈັດຂຶ້ນ​ໃນ​ປີຜ່ານມາ​ໄດ້​ເຮັດ​ໃຫ້ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງປຊຊ ສອງ​ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ. ພິ​ເສດ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ເລືອກ​ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ຕ່າງປະ​ເທດ ຫຼັງ​ການ​ຮັບ​ດຳລົງ​ຕຳ​ແໜ່​ງ ພ້ອມ​ກັບ​ການ​ຢ້ຽມຢາມ​ຍີ່ປຸ່ນ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ເມື່ອ​ທ້າຍ​ປີ 2013 ​ແມ່ນ​ໄດ້​ພິສູດ​​ໃຫ້​ເຫັນ​ຄວາມ​ໝາຍ​ຂອງ​ສາຍ​ພົວພັນ​ອັນ​ດີງາມ​ຫວຽດນາມ-​ຍີ່ປຸ່ນ.

  ສ່ວນ​ທ່ານ Tsutomu Takebe ທູດ​ພິ​ເສດ​ຂອງ​ພັນທະ​ມິດ​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ-​ຫວຽດນາມ ຖື​ວ່າ:

   “ຂ້າພະ​ເຈົ້າຄິດ​ວ່າ, ການ​ພົວພັນ​ຍີ່ປຸ່ນ-​ຫວຽດນາມ ​ໃນ​ປີ​ນີ້​ຈະ​ພັດທະນາ​ດີ​ທີ່​ສຸດ. ການ​ພົວພັນ​ຍີ່ປຸ່ນ-​ຫວຽດນາມ ​ແມ່ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແຕ່​ຕາມ​ຂ້າພະ​ເຈົ້າ​ແລ້ວນັ້ນຍັງ​ແມ່ນ​ການ​ພົວພັນ​ໄວ້​ເນື້ອ​ເຊື່ອໃຈ​ຊື່​ງກັນ ​ແລະ ກັນ. ນາຍົກລັດຖະມົນຕີສອງປະ​ເທດ​ກໍ່​ໄດ້​ຢັ້ງຢືນ​ສິ່ງດັ່ງກ່າວ. ຂ້າພະ​ເຈົ້າຫວັງ​ວ່າ, ປີໃໝ່​ຈະ​ແມ່ນ​ປີ​ທີ່​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ, ​ແຂງ​ແຮງຂຶ້ນ​ຕື່ມ ​ແລະ ຈະ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່“.

  ໃນ​ວັນ​ດຽວ​ກັນ, ຢູ່ກຳ​ປູ​ເຈຍ, ທ່ານ Paso Cheatevong ​ເຈົ້າຄອງ​ນະຄອນຫຼວງ​ພະນົມ​ເປັນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ນຳ ນະຄອນຫຼວງ​ພະນົມ​ເປັນ, ສະພາ ປຊຊ ພະນົມ​ເປັນ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ກຳປູ​ເຈຍ, ມອບ​ດອກ​ໄມ້ ​ແລະ ອວຍພອນ​ໃນ​ໂອກາດບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ປີມະເມຍ 2014. ​ໃນ​ຂະນະ​ນັ້ນ, ຄະນະ​ຜູ້​ແທນ​ແຂ​ວງບໍລິ​ຄຳ​ໄຊ ນຳ​ໂດ​ຍທ່ານ ປານ​ນ້ອຍ​ມາ​ນີ ​ເຈົ້າ​ແຂວງແຂ​ວງບໍລິ​ຄຳ​ໄຊ ນຳ​ໜ້າ​ໄດ້​ໄປ​ວຍພອນ​ບັນດາ​ອົງການ​ປົກຄອງ​ແຂວງ​​ເງະ​ອານ. ກ່ອນ​ໜ້ານັ້ນ, ຄະນະ​ຜູ້​ແທນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ​ແລະ ຫົວພັນ ​ກໍ່​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ເງະ​ອານ ​ເຊັ່ນ​ດຽວ​ກັນ./.

 

ຂ່າວ/ບົດ​ອື່ນ