ເພື່ອໃຫ້ເດັກມີອະນາຄົດດີງາມກ່ວາ

(VOVWORLD) - ຕອນຄ່ຳວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການ “ງານບຸນໄຫວ້ພະຈັນ - ເພື່ອຄວາມໄຝ່ຝັນໃຫ້ເດັກນ້ອຍ ຫວຽດນາມ”. ນີ້ເປັນຄັ້ງທີ 10 ທີ່ລາຍການຖືກຈັດຕັ້ງສະຫງວນໃຫ້ແກ່ເດັກນ້ອຍໃນທຸກແຖບຖິ່ນຂອງປະເທດຊາດ. 
ເພື່ອໃຫ້ເດັກມີອະນາຄົດດີງາມກ່ວາ - ảnh 1 ທ່ານນາງ ຫງວຽນທິກິມເງິນ ໄດ້ມອບຂອງຂວັນໃຫ້ເດັກນ້ອຍ 30 ຄົນ

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ພ້ອມກັບພວກເດັກນ້ອຍເຂົ້າຮ່ວມລາຍການ “ງານບຸນໄຫວ້ພະຈັນ - ເພື່ອຄວາມໄຝ່ຝັນໃຫ້ເດັກນ້ອຍ ຫວຽດນາມ”, ເຊິ່ງແມ່ນລາຍການມີຄວາມໝາຍທີ່ສຸດ. ທີ່ລາຍການ, ເດັກພິການ, ເດັກກຳພ້າ, ເດັກປະສົບກັບຄວາມຫຍຸ້ງຍາກ 300 ຄົນ ໄດ້ຮັບຂອງຂວັນຈາກຄະນະຈັດຕັ້ງລາຍການ ແລະ ບັນດານັກອຸປະຖຳ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງໂທລະພາບ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ບັນດານັກອຸປະຖຳ ໃຫ້ລາຍການໃນຕະຫຼອດ 10 ປີຜ່ານມາ:

        “ເດັກນ້ອຍແມ່ນຄວາມຜາສຸກຂອງແຕ່ລະຄອບຄົວ, ແມ່ນອະນາຄົດຂອງປະເທດຊາດ. ດັ່ງນັ້ນ, ລາຍການທີ່ມີຄວາມໝາຍຄືແນວນີ້ຈະປະກອບສ່ວນຍົກສູງສະຕິ ແລະ ຄວາມຮັບຜິດຊອບຂອງແຕ່ລະຄອບຄົວ, ຂອງໂຮງຮຽນ ແລະ ຂອງວົງຄະນະຍາດ ໃນການເບິ່ງແຍງດູແລ, ປົກປ້ອງ ແລະ ສຶກສາເດັກນ້ອຍ. ພວກເຮົາຈົ່ງສະຫງວນບັນດາສິ່ງດີງາມທີ່ສຸດເພື່ອໃຫ້ເດັກນ້ອຍໄດ້ດຳລົງຊີວິດ, ໄດ້ຮ່ຳຮຽນ, ໄດ້ລະຫຼິ້ນໃນສະພາບແວດລ້ອມທີ່ປອດໄສ ແລະ ຈົ່ງບຳລຸງສ້າງໃຫ້ອະນາຄົດ ຂອງປະເທດຊາດດ້ວຍວຽກງານມີຄວາມໝາຍຄືລາຍການນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ