ເມັກຊີໂກຖືເປັນສຳຄັນການພັດທະນາສາຍພົວພັນທຸກດ້ານກັບຫວຽດນາມ

(VOVWORLD) -ວັນທີ 23 ຕຸລາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ ຫງວຽນຮ່ວາຍເຢືອງ, ທ່ານປະທານກຳມາທິການການຕ່າງປະເທດອາຊີ - ປາຊີຟິກ ແລະ ອາຟະລິກາ ຂອງສະພາສູງເມັກຊີໂກ, ສະມາຊິກສະພາສູງ Cora Cecilia Pinedo Alonso ຢືນຢັນວ່າ

ເມັກຊີໂກ ຖືເປັນສຳຄັນການພັດທະນາສາຍພົວພັນທຸກດ້ານກັບຫວຽດນາມ, ເຊິ່ງແມ່ນປະເທດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ, ມີພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕລະເລ່ຍສູງກວ່າ 6%/ປີ, ມີກຳລັງຜູ້ອອກແຮງງານໜຸ່ມ ແລະ ມີທີ່ຕັ້ງ, ບົດບາດ, ມີຄວາມຮັບຜິດຊອບສູງໃນປະຊາຄົມສາກົນ.

        ສ່ວນທ່ານເອກອັກຄະລັດຖະທູກ ຫງວຽນຮ່ວາຍເຢືອງ ຢືນຢັນວ່າ, ການພົວພັນລະຫວ່າງ 2 ປະເທດພວມພັດທະນາໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືລັດຖະສະພາ. ທ່ານ ຫງວຽນຮ່ວາຍເຢືອງ ສະແດງຄວາມຫວັງວ່າ, ເມື່ອສັນຍາຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິດ, ຈະປະກອບສ່ວນສ້າງສະພາບແວດລ້ອມທີ່ສະດວກ ເພື່ອຍູ້ແຮງການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ ແລະ ເມັກຊີໂກ ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ