ເຢຍລະມັນອອກຖະແຫຼງການຄວບຄຸມເຂດຊາຍແດນໂດຍບໍ່ກຳນົດເວລາ

ເຢຍລະມັນອອກຖະແຫຼງການຄວບຄຸມເຂດຊາຍແດນໂດຍບໍ່ກຳນົດເວລາ - ảnh 1
(ພາບປະກອບ)

(vovworld) – ​ ​ ​ວັນ​ທີ 21/01, ເມື່ອ​ຕອບ​ສຳພາດ​ຕໍ່​ວິທະຍຸ​ກະ​ຈາ​ຍສຽງ MDR Info ຂອງ ​ເຢຍລະ​ມັນ, ທ່ານ Thomas de Maiziere ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ສະຫະພັນ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: Berlin ຈະ​ດຳ​ເນີນ​ການ​ຄວບ​ຄຸມ​ຊາຍ​ແດນ​ໂດຍ​ບໍ່​ກຳນົດ​ເວລາ ​ເພື່ອ​ແນ​ໃສ່ຈຳກັດ​ກະ​ແສຊາວ​ອົບ​ພະຍົບ​ເຄື​່ອນຍ້າຍ​ເຂົ້າປະ​ເທດ​ນີ້. ນັບ​ແຕ່​ເດືອນ 9/2015, ​ເຢຍລະ​ມັນ ​ໄດ້ຈັດ​ວາງ​ຄຳ​ສັ່ງ​ຄວບ​ຄຸມ​ເຂດຊາຍ​ແດນ​ຊົ່ວຄາວ ພາຍຫລັງທີ່​ຊາວ​ອົບ​ພະຍົບນັບພັນ​ຄົນ​ຜ່ານປະ​ເທດ ​ໂອ​ຕະລິດ ​ເຄື່ອນ​ຍ້າຍ​ເຂົ້າ​ລັດ Bayern ຂອງ ​ເຢຍລະ​ມັນ. ຂໍ້​ກຳນົດ​ນີ້ ​ໄດ້​ຕໍ່​ກຳນົດ​ເວລາ​ເປັນ​ຫລາຍ​ຄັ້ງ​ແລ້ວ ​ແລະ ຕາມ​ແຜນການ​ຈະ​ໄດ້​ຮັບ​ການ​ຍຸບ​ເລີກພາຍ​ຫລັງ​ວັນ​ທີ 13/2 ຈະ​ມາ​ເຖິງ. ຕາມ​ທ່ານ de Maizier ​ແລ້ວ, ນັບ​ແຕ່ 2, 3 ອາທິດ​ຜ່ານ​ມາ, ​ເຢຍລະ​ມັນ ​ໄດ້​ດຳ​ເນີນການຈົດ​ທະບຽນ​ໄພຢ່າງ​ຄົບ​ຖ້ວນ ​ໃຫ້ຊາວ​ອົບ​ພະຍົບ​ທີ່​ເຄື່ອນ​ຍ້າຍເຂົ້າປະ​ເທດ​ນີ້​ເກືອບ​ທັງ​ໝົດ ​ແລະ Berlin ຈະ​​ເນລະ​ເທດ​ຊາວ​ລີ​້​ໄພ​ທັງ​ໝົດ ທີ່​ບໍ່​ມີ​ໝັງ​ສື​ຖືກຕ້ອງ ກໍ່​ຄື​ຜູ້​ທີ່​ບໍ່​ໄດ້​ສົ່ງ​ໃບ​ຂໍ​ລີ້​ໄພ​ຢູ່ ​ເຢຍລະ​ມັນ ອອກ​ຈາກ​ປະ​ເທດ​ນີ້ ກ່ຽວ​ກັບ​ຈຳນວນ​ຊາວ​ອົບ​ພະຍົບ​ເຂົ້າ ​ເຢຍລະ​ມັນ ​ໃນ​ປີ 2016, ທ່ານ de Maizier ບໍ່ຍົກ​ອອກ​ຈຳນວນ​ຕົວ​ເລກ​ລະອຽດ ​ແຕ່​ເນັ້ນ​ໜັກ​ວ່າ ​ເຢຍລະ​ມັນ ຈະ​ບໍ່​ສາມາດ​ສືບ​ຕໍ່​ຮັບ​ເອົາ​ຊາວ​ອົບ​ພະຍົບຈຳນວນ 1 ລ້ານ​ຄົນຕື່ມ​ອີກ ​ແລະ ຕົວ​ເລກ​ນີ້​ຈະ​ຖືກຫລຸດ​ລົງ​ຢ່າງແຮງ.


ຂ່າວ/ບົດ​ອື່ນ