ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຜູ້ບັນຊາກອງບັນຊາການມະຫາສະໝຸດ ອິນເດຍ - ປາຊີຟິກ, ອາເມລິກາ

(VOVWORLD) - ອາເມລິກາ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍປະຊາຊົນ ຫວຽດນາມ ລ້າງທາດພິດສີສົ້ມ / ດີໂອຊິນ ຫຼື ແບ່ງປັນບົດຮຽນ, ຊ່ວຍເຫຼືອບຳລຸງສ້າງກຳລັງປົກປັກຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ.

ຕອນບ່າຍວັນທີ 17 ເມສາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານພົນເຮືອເອກ Philip Davidson, ຜູ້ບັນຊາກອງບັນຊາການມະຫາສະໝຸດ ອິນເດຍ ແລະ ປາຊີຟິກ ສະຫະລັດ ອາເມລິກາ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຜູ້ບັນຊາກອງບັນຊາການມະຫາສະໝຸດ ອິນເດຍ - ປາຊີຟິກ, ອາເມລິກາ - ảnh 1 ທີ່ການຕ້ອນຮັບ (ພາບ: sggp.org.vn)

        ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບລະຫວ່າງກອງທັບເຮືອ 2 ປະເທດ ແລະ ຂອບໃຈ ອາເມລິກາ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍປະຊາຊົນ ຫວຽດນາມ ລ້າງທາດພິດສີສົ້ມ / ດີໂອຊິນ ຫຼື ແບ່ງປັນບົດຮຽນ, ຊ່ວຍເຫຼືອບຳລຸງສ້າງກຳລັງປົກປັກຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ.

        ສ່ວນທ່ານພົນເຮືອເອກ Philip Davidson ໃຫ້ຮູ້ວ່າ: ອາເມລິກາ ປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດ, ໃນນັ້ນ ມີການຮ່ວມມືບຳລຸງສ້າງກຳລັງປົກປັກຮັກສາສັນຕິພາບ; ພົບປະແລກປ່ຽນມິດຕະພາບຂອງກຳລັງກອງທັບເຮືອ 2 ປະເທດ; ຮ່ວມມືໜູນຊ່ວຍມະນຸດສະທຳ, ເພີ່ມທະວີການຕິດຕາມກວດກາ ແລະ ຄວາມຮັບຮູ້ກ່ຽວກັບທະເລ; ປ້ອງກັນຕ້ານໄພທຳມະຊາດ…

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ