ເລ​ຂາ​​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ: ປະ​ຕິ​ບັດ​ສະ​ພາບ​ປົກ​ກະ​ຕິ​ໃໝ່ ເມື່ອ​ຄວບ​ຄຸມໂລກ​ລະ​ບາດ​ໂຄວິດ - 19 ໄດ້ແລ້ວ

(VOVWORLD) -ທ່ານ ດິງຕຽນຢຸງ ເນັ້ນໜັກເຖິງຄວາມສຳຄັນຕ້ອງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດຢ່າງແຮງ ແລະ ໃຫ້ຮູ້ວ່າ ນະຄອນຈະຈັດກອງປະຊຸມສົນທະນາ ກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ.
ເລ​ຂາ​​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ: ປະ​ຕິ​ບັດ​ສະ​ພາບ​ປົກ​ກະ​ຕິ​ໃໝ່ ເມື່ອ​ຄວບ​ຄຸມໂລກ​ລະ​ບາດ​ໂຄວິດ - 19 ໄດ້ແລ້ວ - ảnh 1ທ່ານ ດິງຕຽນຢຸງ ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະນອນຮ່າໂນ້ຍ
(ພາບ: baochinhphu.vn)
 
 

ຮ່າໂນ້ຍຕັດສິນໃຈປະຕິບັດການຊີ້ນຳຂອງ ສູນກາງພັກ ກ່ຽວກັບການສ້າງສະພາບປົກກະຕິໃໝ່ ຢ່າງ ເຂັ້ມງວດ ແລະ ມີປະສິດທິຜົນພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້, ນະຄອນຈະປະຕິບັດເທື່ອລະກ້າວ, ມີຄວາມລະມັດລະວັງ ບົນຈິດໃຈການກັບມາເຄື່ອນໄຫວຄືນໃໝ່ເປີດຄືນຢ່າງມີລະບຽບຮຽບຮ້ອຍ, ມີຫຼັກການເພື່ອປົກປ້ອງຄວາມປອດໄພໃຫ້ແກ່ນະຄອນ ແລະ ຟື້ນຟູການພັດທະນາເສດຖະກິດ, ສັງຄົມ. ນັ້ນແມ່ນຄຳຢັ້ງຢືນຂອງ ທ່ານ ດິງຕຽນຢຸງ ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະນອນຮ່າໂນ້ຍ ໃນການເຮັດວຽກ ລະຫວ່າງ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ກັບອົງການຕ່າງໆຂອງນະຄອນ ກ່ອນການຈັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV ທີ່ດຳເນີນໃນວັນທີ 14 ຕຸລາ.

ທ່ານ ດິງຕຽນຢຸງ ເນັ້ນໜັກເຖິງຄວາມສຳຄັນຕ້ອງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດຢ່າງແຮງ ແລະ ໃຫ້ຮູ້ວ່າ ນະຄອນຈະຈັດກອງປະຊຸມສົນທະນາ ກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ. ທ່ານກ່າວວ່າ:

“ພວກຂ້າພະເຈົ້າສືບຕໍ່ກຳໄດ້ຜົນກະທົບ, ສະພາບຄວາມຫຍຸ້ງຍາກຂອງ ວິສາຫະກິດ, ປະຊາຊົນ, ແຕ່ລະຕາແສງ, ເທດສະບານ, ເມືອງ ຢ່າງຄົບຖ້ວນ, ຮອບດ້ານ ແລະ ເລິກເຊິ່ງ ເພື່ອສ້າງແຜນພັດທະນາເສດຖະກິດ ສັງຄມ, ຜະລິດ, ດຳເນີນທຸລະກິດ ທັງເປັນເຈົ້າການ ປ້ອງກັນ, ຕ້ານໂລກລະບາດ ຢ່າງຖືກຕ້ອງຕາມທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ແລະ ກັບຄືນສູ່ສະພາບປົກກະຕິໃໝ່ໂດຍໄວ.”

ຕອບກັບ

ຂ່າວ/ບົດ​ອື່ນ