ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບ
ທ່ານ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ ປປ ລາວ
(vovworld) - ວັນທີ 26/10, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ຈັນສີ ໂພສີຄຳ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງເປັນຫົວໜ້າຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ອວຍພອນລາວຈັດຕັ້ງກອງປະຊຸມຄູ່ເຈລະຈາລັດຖະສະພາອາຊີ - ເອີລົບ, ແລະ ເວທີປາໄສປະຊາຊົນອາຊີ - ເອີລົບ ສຳເລັດຜົນ ແລະ ເຂົ້າເປັນສະມາຊິກອົງການການຄ້າໂລກຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.
ທ່ານເລຂາທິການໃຫຍ່ Nguyen Phu Trong ຖືວ່າຄະນະຈັດຕັ້ງສູນກາງຂອງພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນລາວຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງໃນວຽກງານກໍ່ສ້າງພັກ, ວຽກງານຈັດຕັ້ງພະນັກງານ, ການບຳລຸງສ້າງພະນັກງານທຸກຂັ້ນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ.
ໃນວັນດຽວກັນ, ທ່ານ To Huy Rua, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ມີການເຮັດວຽກກັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດລາວ. ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານກໍ່ສ້າງພັກ, ວຽກງານຈັດຕັ້ງພະນັກງານ ແລະ ວຽກງານຜັນຂະຫຍາຍໂຄງການຮ່ວມມືລະຫວ່າງສອງຄະນະຈັດຕັ້ງສູນກາງໃນໄລຍະຈະມາເຖິງ.