ເລຂາທິການໃຫຍ່ ສປຊ ຖືເປັນສຳຄັນບົດບາດໂລກາພິວັດທີ່ກອງປະຊຸມ G20

(VOVWORLD) - ຕາມທ່ານ Antonio ແລ້ວ, ກອງປະຊຸມ G20 ໄດ້ຈັດຕັ້ງໃນຈຸດເວລາສຳຄັນທີ່ສຸດ. ໂລກພວມປະເຊີນໜ້າກັບວິກິດການຂາດຄວາມເຊື່ອໝັ້ນ
ເລຂາທິການໃຫຍ່ ສປຊ ຖືເປັນສຳຄັນບົດບາດໂລກາພິວັດທີ່ກອງປະຊຸມ G20 - ảnh 1 ທ່ານເລຂາທິການໃຫຍ່ ສປຊ Antonio Guterres

 

ວັນທີ່ 28 ພະຈິກ, ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ສຳນັກງານ ສປຊ ກ່ອນທີ່ເດີນທາງໄປ Buenos Aires ເຂົ້າຮ່ວມກອງປະຊຸມສຸດຍອດ G20, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຄວນຮ່ວມມືເພື່ອບັນລຸໄດ້ຄາດໝາຍໂລກາພິວັດແບບຍຸຕິທຳ.   

        ຕາມທ່ານ Antonio ແລ້ວ, ກອງປະຊຸມ G20 ໄດ້ຈັດຕັ້ງໃນຈຸດເວລາສຳຄັນທີ່ສຸດ. ໂລກພວມປະເຊີນໜ້າກັບວິກິດການຂາດຄວາມເຊື່ອໝັ້ນ, ຂາດຄວາມສະເໝີພາບ, ການປະທະກັນດ້ານການຄ້າປີນຂັ້ນໄດ, ຄວາມເຄັ່ງຕຶງດ້ານພູມສາດການເມືອງເພີ່ມຂຶ້ນຢູ່ຫຼາຍພາກພື້ນໃນໂລກ… ແຕ່ປັດໄຈນີ້ເຮັດໃຫ້ເສດຖະກິດທົ່ວໂລກຖືກຮັບຄວາມກົດດັນຫຼາຍຢ່າງ. ນີ້ແມ່ນຈຸດເວລາເພື່ອໃຫ້ໂລກ ຍູ້ແຮງການຮ່ວມມື, ແກ້ໄຂບັນດາສາຍເຫດເພື່ອມຸ່ງໄປເຖິງໂລກາພິວັດຢ່າງສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ