ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ

(VOVWORLD) - ວັນທີ 1 ສິງຫາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດ ລາວ
 ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ  ຕ້ອນຮັບ ທ່ານ ກິແກ້ວ ໄຂຄຳພິທູນ

ໂດຍທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົບພັກປະຊາຊົນປະຕິວັດລາວ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ລາວ ກິແກ້ວ ໄຂຄຳພິທູນ, ນຳໜ້າຄະນະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງ 2 ພັກ ດ້ວຍຫົວຂໍ້ວ່າ: “ການພັດທະນາໄວ, ໝັ້ນຄົງ”. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບລາວ ຮັກສາ, ເພີ່ມຄຸນພຸນສ້າງ ແລະ ສືບທອດໃຫ້ລຸ້ນຕໍ່ໆໄປກ່ຽວກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ໃນໄລຍະຈະມາເຖິງ. ຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະໂຄສະນາອົບຮົບສູນກາງ, ສະພາວິທະຍາສາດສັງຄົມແຫ່ງຊາດ ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມືຄົ້ນຄວ້າ, ເຮັດແຈ້ງບັນດາບັນຫາຮີບດ່ວນທີ່ພວມວາງອອກສຳລັບພາລະກິດປ່ຽນໃໝ່ຢູ່ແຕ່ລະປະເທດ, ໂດຍສະເພາະ ແມ່ນບັນດາບັນຫາກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພັດທະນາເສດຖະກິດສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ