ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ຕີ​ລາ​ຄາ​ສູງ ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ໃນ​ປີປະ​ທານ ອາ​ຊຽນ 2020

(VOVWORLD) -  ວັນທີ 26 ກຸມພາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ຍື່ນສານຕາຕັ້ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຖິງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ກາຍເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ.
ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ຕີ​ລາ​ຄາ​ສູງ ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ໃນ​ປີປະ​ທານ ອາ​ຊຽນ 2020 - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ  ແລະ ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi 

ທີ່ພິທີ, ອີກຄັ້ງໜຶ່ງ, ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ຊົມເຊີຍ ແລະ ຕີລາຄາສູງຜົນສຳເລັດຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020, ພິເສດແມ່ນໃນການນຳພາ ອາຊຽນ ຮັກສາຄວາມສາມັກຄີ ແລະ ເປັນເຈົ້າການຮັບມືກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ກໍຢັ້ງຢືນຄືນໃໝ່ບັນດາການປະກອບສ່ວນສຳຄັນຂອງ ຄະນະກຳມະການ ບັນດາຜູ້ຕາງໜ້າ ປະຈຳ ອາຊຽນ (CPR) ໃນປີປະທານ ອາຊຽນ 2020, ເປັນຕົ້ນແມ່ນວຽກງານເປັນເຈົ້າພາບ, ເຂົ້າຮ່ວມການເຈລະຈາ ແລະ ບັນລຸໄດ້ເອກະສານສຳຄັນຫຼາຍສະບັບໃນຂອບເຂດການຮ່ວມມືຂອງ ອາຊຽນ ສຳລັບຄູ່ຮ່ວມມື, ຊຸກຍູ້ການປະສານງານໃນບັນດາບັນຫາເສົາຄ້ຳ, ປັບປຸງບົດບາດ ແລະ ການເຄື່ອນໄຫວຂອງຄະນະເລຂາ ອາຊຽນ. ທ່ານ Dato Lim Jock Hoi ເຊື່ອໝັ້ນວ່າ ດ້ວຍປະສົບການຂອງນັກການທູດທີ່ເຄື່ອນໄຫວເປັນເວລາດົນນານ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຈະມີການປະກອບສ່ວນສຳຄັນ ແລະ ຕັ້ງໜ້າໃນວຽກງານຂອງ CPR, ສືບຕໍ່ປັບປຸງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນ ອາຊຽນ ແລະ ຂອງ ອາຊຽນ ໃນປະຊາຄົມສາກົນ.

        ໃນປີ 2021, ຄະນະຜູ້ຕາງໜ້າ ຫວຽດນາມ ຈະຮັບດຳລົງບົດບາດເປັນປະທານຂອງ ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ແລະ ສະພາມອບກຳມະສິດກອງທຶນ ອາຊຽນ (AF BOT), ປະຕິບັດສຳເລັດອາຍຸການປະສານງານການພົວພັນຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021 ແລະ ຮັບບົດບາດເປັນປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024.

ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ