ເລີ່ມ​ຕົ້ນ​ປະ​ຕິ​ບັດ​ສຳຫຼວດ​ປະ​ຊາ​ກອນ ແລະ ເຮືອນ​ຢູ່​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ

(VOVWORLD) - ຕັ້ງແຕ່ມື້ນີ້ ວັນທີ 1 ເມສາ ເຖິງວັນທີ 30 ເມສາ, ກົມໃຫ່ຍສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ປະຕິບັດການເກັບກຳຂໍ້ມູນ ການສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝຢູ່ 63 ແຂວງ, ນະຄອນໃນຂອບເຂດທົ່ວປະເທດ ຫວຽດນາມ.

ການກວດກາແນໃສເກັບກຳຂໍ້ມູນ ກ່ຽວກັບປະຊາກອນ ແລະ ເຮືອນຢູ່, ເພື່ອເປັນພື້ນຖານ ໃນການຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2021-2025; ສ້າງນະໂຍບາຍ, ຂື້ນແຜນປະຊາກອນ ແລະ ເຮືອນຢູ່ຮັບໃຊ້ໃຫ້ການຂື້ນແຜນພັດທະນາເສດຖະກິດ-ສັງຄົມໄລຍະ 2026-2030; ຕິດຕາມກວດກາການປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສະຫະປະຊາຊາດ ທີ່ລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາໄວ້.

ຜົນການສຳຫຼວດປະຊາກອນ ແລະ ເຮືອນຢູ່ ຈະໄດ້ຮັບການປະກາດໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ