ເລີ່ມ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ຂຽວ ອາ​ຊຽນ

(VOVWORLD) -ຂໍ້ລິເລີ່ມ ຂຽວ ອາຊຽນ ແນໃສ່ເປົ້າໝາຍສ້າງມາດຕະຖານເພື່ອຮັບຮອງບັນດາການເຄື່ອນໄຫວ ແລະ ໂຄງການປູກຕົ້ນໄມ້ໃນທົ່ວພາກພື້ນ, ບໍ່ພຽງແຕ່ຊ່ວຍຟື້ນຟູປ່າເທົ່ານັ້ນ ຫາກຍັງປະກອບສ່ວນປົວແປງຊີວິດການເປັນຢູ່, ການຫາເງິນລ້ຽງຊີບຂອງປະຊາຊົນ ແລະ ສ້າງກຳລັງຄວາມສາມາດຟື້ນຟູ ອີກດ້ວຍ.
ເລີ່ມ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ຂຽວ ອາ​ຊຽນ - ảnh 1ພິທີປຸກລະດົມຂໍ້ລິເລີ່ມ ຂຽວ ອາຊຽນ (ພາບ: ACB)

ວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 54 ປີ (8/8/1967 – 8/8/2021), ສູນຊີວະນາໆພັນ ອາຊຽນ (ACB) ໄດ້ສົມທົບກັບຄະນະເລຂາ ອາຊຽນ ເລີ່ມປະຕິບັດຂໍ້ລິເລີ່ມ ຂຽວ ອາຊຽນ (AGI) ເພື່ອແນໃສ່ເພີ່ມທະວີບັນດາຄວາມມານະພະຍາຍາມຟື້ນຟູ ແລະ ປູກຕົ້ນໄມ້ຢ່າງໜ້ອຍສຸດ 10 ລ້ານຕົ້ນ ໃນ 10 ປີຈະມາເຖິງ.

ສິ່ງດັ່ງກ່າວສະແດງໃຫ້ເຫັນການຮ່ວມມື ແລະ ຄຳໝັ້ນສັນຍາຢ່າງແຮງຂອງ 10 ປະເທດ ສະມາຊິກ ອາຊຽນ ໃນການປົກປັກຮັກສາຊີວະນາໆພັນ ແລະ ຟື້ນຟູລະບົບຊີວະພາບໃນພາກພື້ນ, ຂໍ້ລິເລີ່ມ ຂຽວ ອາຊຽນ ແນໃສ່ເປົ້າໝາຍສ້າງມາດຕະຖານເພື່ອຮັບຮອງບັນດາການເຄື່ອນໄຫວ ແລະ ໂຄງການປູກຕົ້ນໄມ້ໃນທົ່ວພາກພື້ນ, ບໍ່ພຽງແຕ່ຊ່ວຍຟື້ນຟູປ່າເທົ່ານັ້ນ ຫາກຍັງປະກອບສ່ວນປົວແປງຊີວິດການເປັນຢູ່, ການຫາເງິນລ້ຽງຊີບຂອງປະຊາຊົນ ແລະ ສ້າງກຳລັງຄວາມສາມາດຟື້ນຟູ ອີກດ້ວຍ.

ການເລີ່ມປະຕິບັດ ແລະ ຜັນຂະຫຍາຍຂໍ້ລິເລີ່ມ AGI  ແມ່ນແທດເໝາະກັບທົດສະວັດຟື້ນຟູລະບົບຊີວະພາບ ຂອງ ສປຊ - ຂະບວນການທົ່ວໂລກເພື່ອແນໃສ່ຟື້ນຟູບັນດາເປົ້າໝາຍ ແລະ ຄຳໝັ້ນສັນຍາຟື້ນຟູທີ່ໄດ້ປຸກລະດົມ. ບັ້ນເຄື່ອນໄຫວດັ່ງກ່າວ ແມ່ນຄຳຮຽກຮ້ອງລວມ ຕໍ່ໜ້າຄວາມຈຳເປັນຕ້ອງສະກັດກັ້ນ, ຢຸດຕິ ແລະ ຕ່າວປີ້ນສະພາບການຊຸດໂຊມຂອງລະບົບຊີວະພາບໃນທົ່ວໂລກ ແນໃສ່ “ລົບລ້າງຄວາມອຶດຫິວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ລົບລ້າງສະພາບສູນພັນເປັນຈຳນວນຫຼາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ