ເວທີປາໄສການນຳວິສາ ຫະກິດ“ຊອກຫາໂອກາດ ລົງທຶນດຳເນີນທຸລະກິດ ຫວຽດນາມ-UAE“


ເວທີປາໄສການນຳວິສາ ຫະກິດ“ຊອກຫາໂອກາດ ລົງທຶນດຳເນີນທຸລະກິດ ຫວຽດນາມ-UAE“ - ảnh 1

 (ພາບ: TTXVN )

(vovworld)- ​ ​ກ່າວ​ຄຳ​ເຫັນ​ທີ່ເວທີ​ປາ​ໄສວິ​ສາ​ຫະກິດ “ຊອກຫາໂອກາດລົງທຶນດຳເນີນທຸລະກິດຫວຽດນາມ-UAE“ ຈັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 16/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ພວມ​ສຸມ​ໃສ່​ຜັນ​ຂະຫຍາຍ 3 ຂອດ​ບຸກທະລຸ​ຄື: ສ້າງລະບອບ​ເສດຖະກິດ​ການ​ຕະຫຼາດສຳ​ເລັດ, ສ້ງພື້ນຖານ​ໂຄງ​ລ່າງ​ທັນ​ສະ​ໄໝ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ, ວິວັດ​ການ​ຫັນປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ ​ເປີດ​ບັນດາ​ໂອກາດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນມີ​ບັນດາ​ນັກ​ລົງທຶນ​ຕາ​ເວັນ​ອອກກກາງ ​ແລະ UAE.

  ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ເປັນ​ສັກຂີ​ພິຍານ​ພິທີລົງ​ນາມ​ສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ UAE ​ກ່ຽວ​ກັບ​ບັນດາ​ຖ້ຽວ​ບິນ​ລະຫວ່າງ​ ​ແລະ ຜ່ານ​ສອງ​ປະ​ເທດ. ຂໍ້​ຕົກລົງ​ສ້າງຕັ້ງຫ້ອງການ ຜູ້ຕາງໜ້າ​ຜູກຂາດ​ການ​ຄ້າ​ຫວຽດນາມ ປະຈຳ UAE, ​ເຂດ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟິຼກກາ​ເໜືອ ລະຫວ່າງ​ກອງ​ທຶນ​ລົງທຶນ Vault (UAE) ​ແລະ ຜູ້ຕາງໜ້າ​ບໍລິສັດ Agarvina (ຫວຽດນາມ).

  ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ສິ້ນ​ສຸດ​ການ​ຢ້ຽ​ມຢາມ​ກາ​ຕາ, UAE ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບງາມ ​ແລະ ​ເຂົ້າຮ່ວ​ມ “ຊຸມ​ວັນ​ຫວຽດນາມ ຢູ່ ກາ​ຕາ, UAE ປີ 2014“./.

ຂ່າວ/ບົດ​ອື່ນ