ເວທີປາໄສພາກພື້ນອາຊຽນ : ຕ້ອງການບົນລຸປະມວນຫຼັກການ COC ໂດຍໄວ

ເວທີປາໄສພາກພື້ນອາຊຽນ : ຕ້ອງການບົນລຸປະມວນຫຼັກການ COC ໂດຍໄວ - ảnh 1
ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ

(vovworld)- ວັນທີ 9/6, ຢູ່​ຢາງ​ກຸງ​ປະ​ເທດ​ມຽນມາ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ SOM ຂອງ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ ARF. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ, ຫົວໜ້າ SOM ອາ​ຊຽນ-ຫວຽດນາມ​ເປັນ​ຫົວໜ້າຄະນະ. ທີ່​ກອງ​ປະຊຸມ​ບັນດາ​ປະ​ເທດ​ລ້ວນ​ແຕ່​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ ​ແລະ ຄວາມ​ເຄັ່ງຕຶງທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ​ແລະ ​ເນັ້ນ​ໜັກ​ວ່າ​ຕ້ອງ​ລະງັບ​ໃຈ, ຕຳ​ໜິຕິຕຽນ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ລະ​ເມີດ​ກົດໝາຍ​ສາກົນ, ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ 1982 (UNCLOS 1982)​ແລະ ​ເນື້ອ​ໃນ​ຈິດ​ໃຈຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເນັ້ນ​ໜັກ​ເຖິງ​ເລື່ອງ​ປະຕິບັດ​ກົດໝາຍ​ສາກົນ, UNCLOS 1982 ​ແລະ DOC, ກ້າວ​ໄປ​ເຖິງ​ການ​ບົນ​ລຸປະມວນ​ຫຼັກການ COC ​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ປອດ​ໄພ ​ແລະ ສິດ​ເສລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເນັ້ນ​ໜັກ​ວ່າ ຫວຽດນາມ​ຮຽກຮ້ອງ​ຈີນ​ຈົ່ງ​ຖອນຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອມ​ກັບ​ບັນດາ​ກຳ​ປັ່ນ​ຄຸ້ມກັນອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຫວຽດນາມ​ເນັ້ນ​ໜັກ​ເຖິງ​ການ​ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ ​ແລະ UNCLOS 1982, ສະໜັບສະໜູນ​ການ​ປະຕິບັດບັນດາ​ຂໍ້​ກຳນົດ​ຂອງ DOC ​ຢ່່າງຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຢືນຢັນ​ຄວາມ​ຕ້ອງການ​ໂດຍ​ຈຳ​ເປັນ​ເພື່ອ ບົນ​ລຸປະມວນ​ຫຼັກການ COC ​ໂດຍ​ໄວ.

   ກ່ຽວ​ກັບ​ກຳນົດ​ທິດ​ໃນ​ອະນາຄົດ​ຂອງ ARF, ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ ສະ​ເໜີ ARF ຈົ່ງ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ສະພາບ​ການ​ພາກ​ພື້ນ​ພວມ​ມີ​ເພີ່ມ​ທະວີ​ການ​ແກ່ງ​ແຍ້​ງບຸດ​ທະ​ສາດລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ການ​ປ້ອງ​ກັນ​ຄວາມ​ສະຫງົບທີ່ສັບສົນຊຶ່ງ​ເຄີຍ​ມີ​ມາ ​ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ. 

ຂ່າວ/ບົດ​ອື່ນ