ເວທີປາໄສວິສະກິດ ຫວຽດນາມ - ຮຸງກາຣີ

(VOVWORLD) - ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຈາກປະເທດທຸກຍາກ, ຫຼ້າຫຼັງ, ຖືກທຳລາຍຍ້ອນສົງຄາມ, ປະຈຸບັນ, ຫວຽດນາມ ໃນນອນໃນກຸ່ມ 40 ພື້ນຖານເສດຖະກິດມີຍອດຜະລິດຕະພັນພາຍໃນ GDP ໃຫຍ່ທີ່ສຸດໃນໂລກ
ເວທີປາໄສວິສະກິດ ຫວຽດນາມ - ຮຸງກາຣີ - ảnh 1ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ກ່າວຄຳເຫັນທີ່ເວທີປາໄສ
(ພາບ:VOV)

ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ມັງກອນ, ຢູ່ນະຄອນຫຼວງ Budapest, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຮຸງກາຣີ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຈາກປະເທດທຸກຍາກ, ຫຼ້າຫຼັງ, ຖືກທຳລາຍຍ້ອນສົງຄາມ, ປະຈຸບັນ, ຫວຽດນາມ ໃນນອນໃນກຸ່ມ 40 ພື້ນຖານເສດຖະກິດມີຍອດຜະລິດຕະພັນພາຍໃນ GDP ໃຫຍ່ທີ່ສຸດໃນໂລກ. ເສດຖະກິດມະຫາພາກຂອງ ຫວຽດນາມ ໄດ້ຮັບການຮັກສາ; ໄພເງິນເຟີ້ໄດ້ຄວບຄຸມ. GDP ຂອງປີ 2023 ເພີ່ມຂຶ້ນ 5,05%. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

        “ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາສິດຖືກຕ້ອງຕາມກົດໝາຍ, ຜົນປະໂຫຍດເປັນທຳຂອງນັກລົງທຶນທຸກໆຄົນ, ໃນນັ້ນມີບັນດານັກລົງທຶນ ຮຸງກາຣີ, ພ້ອມທັງສົ່ງເສີມການສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນມາ ຫວຽດນາມ ມີຄວາມອຸ່ນອ່ຽນໃຈກ່ຽວກັບສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຂ້າພະເຈົ້າຮຽກຮ້ອງໃຫ້ບັນດານັກລົງທຶນ, ບັນດາວິສາຫະກິດ ຂອງ ຮຸງກາຣີ ກໍ່ຄືຂອງ ຫວຽດນາມ ປະກອບສ່ວນສ້າງຜົນປະໂຫຍດຂອງຕົນໄດ້ຍົກສູງຂຶ້ນ, ກໍ່ຄືປະກອບສ່ວນເຂົ້າໃນການສ້າງ, ປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ທີ່ໄດ້ຜ່ານຜ່າ 75 ປີຜ່ານມາ”.

        ສ່ວນທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ວິສາຫະກິດສອງປະເທດ ຄົ້ນຄ້ວາເປີດສາຍການບິນໂດຍກົງ ຫວຽດນາມ - ຮຸງກາຣີ ເພື່ອຮັດແຄບຊ່ອງຫວ່າງລະຫວ່າງສອງປະເທດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລົງທຶນ… ທ່ານນາຍົກລັດຖະມົນຕີ ຫວັງວ່າ, ຮຸງກາຣີ ປາດຖະໜາວ່າ: ປີ 2025, ເມື່ອທ່ານ  ໄປຢ້ຽມຢາມ ຫວຽດນາມ ຈະໄດ້ຮັບຟັງບັນດາກະຊວງ, ຂະແໜງການ, ອົງການຕ່າງໆລາຍງານ, ດ້ວຍບັນດາໝາກຜົນການຮ່ວມມືລະອຽດ ທີ່ໄດ້ເລີ່ມມາຈາກການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເວົ້າລວມ ແລະ ເວທີປາໄສວິສາຫະກິດ ຫວຽດນາມ - ຮຸງກາຣີ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ