ເວທີປາໄສສົ່ງເສີມການລົງທຶນແລະການຄ້າຫວຽດນາມ-ຍີ່ປຸ່ນປີ2015

ເວທີປາໄສສົ່ງເສີມການລົງທຶນແລະການຄ້າຫວຽດນາມ-ຍີ່ປຸ່ນປີ2015 - ảnh 1
​​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງທຶນ​ ແລະ​ ການ​ຄ້າ ​ຫວຽດນາມ​ - ຍີ່ປຸ່ນ ປີ 2015
(ພາບ: VGP/leanh)

(vovworld) -  ຕອນ​ເຊົ້າ​ວັນ​ທີ 31/7, ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ນະ​ຄອນ​ໂຮ່ຈີ​ມິນ ຈັດ​ຕັ້ງ​ເວທີ​ປາ​ໄສ “ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ ຫວຽດນາມ - ຍີ່ປຸ່ນ 2015”. ​ເວທີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ຍີ່ປຸ່ນ ພວມ​ລົງທຶນ​ຢູ່ ນະຄອນ​​ໂຮ່ຈີ​ມິນ ກ່ວາ 50 ​ແຫ່ງ, ວິ​ສາ​ຫະກິດ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ 200 ​ແຫ່ງ ​ແລະ ພິ​ເສດ​ແມ່ນ​ສະຫະພັນ​ເສດຖະກິດ Keidanren ລວມມີ​ວິ​ສາ​ຫະກິດ ຍີ່ປຸ່ນ 30 ​ແຫ່ງມາ​ຊອກ​ຮູ້​ສະພາບ​ແວດ​ລ້ອມ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ຍີ່ປຸ່ນ ພວມ​ຢືນ​ອັນດັບ​ທີ 6​ ໃນບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນມີ​ຍອດ​ເງິນ​ລົງທຶນ​ໂດຍ​ກົງຕ່າງປະ​ເທດ​ເຂົ້າ​ນະຄອນ ​ໂຮ່ຈີ​ມິນ. ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຍັງ​ສືບ​ຕໍ່ຖືຫວຽດນາມ, ​ໃນ​ນັ້ນ​ມີນະຄອນ ​ໂຮ່ຈີ​ມິນ​ແມ່ນ​ສະຖານ​ທີ່​ລົງທຶນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ອະນາຄົດ. 6 ​ເດືອນ​ຕົ້ນ​ປີ​ນີ້, ຍອດ​ວົງ​ເງິນ​ແລກ​ປ່ຽນການ​ຄ້າ 2 ສົ້ນ​ລະຫວ່າງນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ວິສາ​ຫະກິດ ຍີ່ປຸ່ນ ບັນລຸ​ເກືອບ 3 ຕື້ USD. ປະຈຸ​ບັນ, ນະຄອນ​ພວມ​ດຶງ​ດູດ​ບັນດາ​ນັກ​ລົງທຶນ ຍີ່ປຸ່ນ ​ເຂົ້າ​ບາງ​ໂຄງການ​ຈຸດ​ສຸມ​ໃນ​ຂົງ​ເຂດ​ທາງ​ລົດ​ໄຟ​ຕົວ​ເມືອງ, ບຳບັດ​ນ້ຳ​ເສຍ ​ແລະ ການ​ຄ້າ


ຂ່າວ/ບົດ​ອື່ນ