ເວທີປາໄສສົ່ງເສີມການລົງທຶນແລະຮ່ວມມືດ້ານການສຶກສາຫວຽດນາມ-ອັງກິດບັນລຸໝາກຜົນທີ່ດີ

(VOVWORLD) -ວັນທີ 22 ມັງກອນ, ເວທີປາໄສການລົງທຶນ ແລະ ຮ່ວມມືດ້ານການສຶກສາຫວຽດນາມ - ອັງກິດ ດຳເນີນຢູ່ລອນດອນ ບັນລຸຜົນສຳເລັດ, ດ້ວຍບົດບັນທຶກຊ່ວຍຈຳ (MOU) 23 ສະບັບ  ທີ່ໄດ້ລົງນາມຢູ່ທີ່ເວທີປາໄສ.

ເວທີປາໄສສົ່ງເສີມການລົງທຶນແລະຮ່ວມມືດ້ານການສຶກສາຫວຽດນາມ-ອັງກິດບັນລຸໝາກຜົນທີ່ດີ - ảnh 1ພິທີລົງນາມທຶກຊ່ວຍຈຳ (MOU) 23 ສະບັບ

(ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍ້າ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ກຳນົດການພັດທະນາການສຶກສາ ແມ່ນສວມບົດບາດໜຶ່ງໃນ 3 ຂອດບຸກທະລຸທີ່ສຳຄັນ ເພື່ອປະຕິບັດຍຸດທະສາດພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ໄລຍະ 2011 – 2020.

ທີ່ເວທີປາໄສ, ທ່ານລັດຖະມົນຕີ ຟຸ່ງຊວນຍ້າ, ທ່ານ Edward Vazey, ສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າດ້ານການຄ້າຂອງນາຍົກລັດຖະມົນຕີອັງກິດ ຜູ້ຮັບຜິດຊອບບັນຫາຫວຽດນາມ, ລາວ ແລະ ກຳປູເຈຍ ແລະ ທ່ານ ເຈິ່ນງອັກອານ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ໄດ້ເປັນສັກຂີພິຍານພິທີລົງນາມໃນ MOU 23 ສະບັບ ໃນຫຼາຍຂົງເຂດດ້ານການສຶກສາ. ທ່ານ Edward Vazey, ໃຫ້ຂໍ້ສັງເກດວ່າ “”ເວທີປາໄສໄດ້ພິສູດໃຫ້ເຫັນການພັດທະນາ, ການຮ່ວມມືຢ່າງແຮງລະຫວ່າງອັງກິດ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ