ເວທີປາໄສເຊື່ອມຕໍ່ວິສາຫະກິດອຸດສາຫະກຳ EuroCham - ບິ່ງເຟືອກ

(VOVWORLD) - ການນຳແຂວງ ບິ່ງເຟືອກ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ຄື: ມີເນື້ອທີ່ດິນກວ້າງໃຫຍ່ເພື່ອພັດທະນາບັນດາເຂດອຸດສາຫະກຳ, ບັນດາໂຄງການກະສິກຳເຕັກໂນໂລຊີສູງ
ເວທີປາໄສເຊື່ອມຕໍ່ວິສາຫະກິດອຸດສາຫະກຳ EuroCham - ບິ່ງເຟືອກ - ảnh 1ເວທີປາໄສເຊື່ອມຕໍ່ວິສາຫະກິດອຸດສາຫະກຳ, ການຄ້າ, ກະສິກຳເຕັກໂນໂລຊີສູງ EuroCham - ບິ່ງເຟືອກ ປີ 2024
(ພາບ: TTXVN)

        ວັນທີ 12 ມີນາ, ຢູ່ແຂວງ ບິ່ງເຟືອກ, ໄດ້ຈັດ “ເວທີປາໄສເຊື່ອມຕໍ່ວິສາຫະກິດອຸດສາຫະກຳ, ການຄ້າ, ກະສິກຳເຕັກໂນໂລຊີສູງ EuroCham - ບິ່ງເຟືອກ ປີ 2024”. ເວທີປາໄສໂດຍຄະນະກຳມະການປະຊາຊົນແຂວງ ບິ່ງເຟືອກ ສົມທົບກັບສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ແລະ ບາງກຸ່ມບໍລິສັດຈັດຂຶ້ນ.

        ທີ່ເວທີປາໄສ, ການນຳແຂວງ ບິ່ງເຟືອກ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ຄື: ມີເນື້ອທີ່ດິນກວ້າງໃຫຍ່ເພື່ອພັດທະນາບັນດາເຂດອຸດສາຫະກຳ, ບັນດາໂຄງການກະສິກຳເຕັກໂນໂລຊີສູງ; ຫ່າງຈາກສູນກາງເສດຖະກິດໃຫຍ່ທີ່ສຸດຂອງ ຫວຽດນາມ ແມ່ນນະຄອນ ໂຮ່ຈີມິນ ປະມານ 110 ກມ; ແມ່ນເຂດຜະລິດຜະລິດຕະພັນກະເສດຈຳນວນໜຶ່ງມີມູນຄ່າສູງ; ລະບົບຄົມມະນາຄົມໄດ້ຮັບການລົງທຶນດ້ວຍຂອບຂະໜາດໃຫຍ່…

        ທ່ານ Gabor Fluit, ປະທານ EuroCham, ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ De Heus ອາຊີ ຕີລາຄາວ່າ, ບິ່ງເຟືອກ ມີທີ່ຕັ້ງຍຸດທະສາດສຳຄັນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ຫວຽດນາມ, ສວມບົດບາດເປັນປະຕູສຳຄັນເຊື່ອມຕໍ່ ຫວຽດນາມ, ກຳປູເຈຍ ແລະ ພາກພື້ນ.

        ສ່ວນທ່ານ ຫວູແມ້ງຮຸ່ງ, ຮອງປະທານສະມາຄົມກະສິກຳດີຈີຕອນ ຫວຽດນາມ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ແຂວງ ບິ່ງເຟືອກ ມີ 413 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ, ດ້ວຍຍອດເງິນລົງທຶນ 4,25 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ