ເວທີປາໄສເສດຖະກິດ ຫວຽດນາມ-ສະຫະພັນ ລັດເຊຍຄັ້ງທີ 1

ເວທີປາໄສເສດຖະກິດ ຫວຽດນາມ-ສະຫະພັນ ລັດເຊຍຄັ້ງທີ 1 - ảnh 1
(ພາບ: baomoi.com)

(vovworld)-​​​​ ​ ​ “ຫວຽດນາມ-​ສະຫະພັນ​ລັດ​ເຊຍ: ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ“ ​ແມ່ນ​ຫົວ​ເລື່ອງ​ຂອງເວທີ​ປາ​ໄສ​ເສດຖະກິດ​ຫວຽດນາມ-​ສະຫະ ພັນ​ລັດ​ເຊຍ​ຄັ້ງທີ 1 ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ, ກະຊວງ​ພັດທະນາ​ເສດຖະກິດ​ສະຫະພັນ​ລັດ​ເຊຍ, ອົງການ​ນັກທຸລະກິດ ສະຫະພັນ​ລັດ​ເຊຍ ສົມທົບ​ກັນ​ຈັດຕັ້ງຂຶ້ນ​ໃນ​ວັນ​ທີ 16/10 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນ ຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້​ທີ 1 ສະຫະພັນ​ລັດ​ເຊຍ Igor Ivannovivh Shuvalov ​ເປັນ​ປະທານ​ຮ່ວມ ​ແລະ ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ວິ​ສາ​ຫະກິດ 130 ຄົນ​ໄດ້​ເຂົ້າຮ່ວມ.

  ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນ ຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ແນະນຳ​ກັບ​ບັນດາ​ນັກທຸລະກິດ​ລັດ​ເຊຍ ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ​ຫວຽດນາມ, ບັນດາ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າ​ງປະ​ເທດ​ໃນ​ປະຈຸ​ບັນ ​ແລະ ສະ​ເໜີ​ວ່າ: ສອງ​ຝ່າຍ​ຕ້ອງ​ຍູ້​ແຮງ​ບັນດາ​ໂຄງການ​ລົງທຶນ​ໃນ​ຂົງ​ເຂດ​ທີ 2 ຝ່າຍ​ມີ​ທ່າ​ແຮງ ​ເພື່ອ​ເພິ່ມ​ເຕີ່​ມ​ໃຫ້​ແກ່​ກັນ​ຄື: ​ເຕັກ​ໂນ​ໂລ​ຊີ​ສູງ, ຜະລິດ​ກົນ​ຈັກ, ສາທາລະນະ​ສຸກ, ການ​ສຶກສາ…

 

ຂ່າວ/ບົດ​ອື່ນ