ເວເນຊູເອລາ ແລະ ນີກາຣາກວາ ອະນຸຍາດໃຫ້ E.Snowden “ລົບໄພມະນຸດສະທຳ”

ເວເນຊູເອລາ ແລະ ນີກາຣາກວາ ອະນຸຍາດໃຫ້ E.Snowden “ລົບໄພມະນຸດສະທຳ” - ảnh 1
E.Snowden-
ອະດີດ​ພາລະ​ກອນ CIA

(ພາບ:vnexpress.net)

(vovworld)- ວັນ​ທີ 5/7, ປະທານ​ນາ​ທິບໍດີ ເວ​ເນ​ຊູ​ເອລາ  Nicolas Maduro ​ໄດ້​ປະກາດ​ຂໍ້​ຕົກລົງ​ອະນຸຍາດ​ໃຫ້ E.Snowden ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ (CIA) ຜູ້​ທີ່​ໄດ້​ເປີດ​ເຜີຍ​ບັນດາ​ຂໍ້​ມູນ​ລັບ​ຂອງ​ອາ​ເມ​ລິ​ກາ ​ໄດ້​ຊົມ​ໃຊ້​ຂໍ້​ກຳນົດ “ລົ​ບໄພ​ມະນຸ​ດສະ​ທຳ” ຢູ່​ປະ​ເທດ​ອາ​ເມ​ລິ​ກາໃຕ້​ນີ້. ທ່ານ Nicolas Maduro ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫລັງ​ໄດ້​ຮັບ​ການ​ທາ​ບທາມ​ຄວາມ​ເຫັນ​ຈາກ​ການ​ນຳພາ​ກພື້ນ​ຈຳນວນ​ໜຶ່ງ ​ແລະ ຢືນຢັນ​ວ່າ: ກາຣາກາສ ປະຕິ​ເສດ “​ເຈດ​ຕະນາ​ຂອງ​​ລັດຖະບານ​ຈຳນວນ​ໜຶ່ງ ຊື່​ງຢາກ​ເຮັດ​ໃຫ້​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ເປັນ​ປະ​ເທດ​ຫົວ​ເມືອງ​ຂຶ້ນ”.

  ​ໃນ​ວັນ​ດຽວ​ກັນ, ປະທານ​ນາ​ທິບໍດີ ນີກາ​ຣາກ​ວາ Daniel Ortega ກໍ່​ປະກາດ​ວ່າ ລັດຖະບານນີກາ​ຣາກ​ວາ ​ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງ​ຂໍ້​ກຳນົດ​ລົບ​ໄພ​ໃຫ້​ແກ່ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ E.Snowden ຖ້າ​ຫາກ​ວ່າ​ມີ​ເງື່ອ​ນໄຂ. ທ່ານ Daniel Ortega ກໍ່​ໃຫ້​ຮູ້​ວ່າ: ລັດຖະບານ​ຂອງ​ທ່ານ​ໄດ້​ຮັບ​ໃບ​ຮ້ອງ​ຂໍ​ລົດ​ໄພ​ຂອງ E.Snowden ຢູ່​ສະຖານທູດນີກາ​ຣາກ​ວາ ປະຈຳ​ມົດ​ສະ​ກູ ປະ​ເທດ​ລັດ​ເຊຍ.

 

 

ຂ່າວ/ບົດ​ອື່ນ