ເສດຖະກິດ ຫວຽດນາມ: ບັນດາສັນຍານປະເອີບໃຈໃນຕົ້ນປີໃໝ່

(VOVWORLD) - ຕາມກົມໃຫຍ່ສະຖິຕິແລ້ວ, ຍອດຂາຍຍ່ອຍສິນຄ້າ ແລະ ການບໍລິການໃຊ້ສອຍເດືອນ ມັງກອນ 2024 ຄາດວ່າບັນລຸ 524,1 ຕື້ດົ່ງ

        ແຕ່ຕົ້ນປີໃໝ່ປີມະໂລງ 2024, ເສດຖະກິດ ຫວຽດນາມ ມີບັນດາສັນຍານທີ່ໜ້າປະເອີບໃຈ. ຕາມນັກຊ່ຽວຊານເສດຖະກິດຫຼາຍທ່ານແລ້ວ, ຈຸດເດັ່ນນັບແຕ່ຕົ້ນປີ 2024 ຂອງເສດຖະກິດ ຫວຽດນາມ ແມ່ນຂະແໜງຜະລິດອຸດສາຫະກຳ.

        ຂະແໜງປຸງແຕ່ງ, ຜະລິດເພີ່ມຂຶ້ນ 19,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ທົ່ວປະເທດມີວິສາຫະກິດສ້າງຕັ້ງໃໝ່ 13.500 ແຫ່ງ, ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ເດືອນ ມັງກອນ ແລະ ເພີ່ມຂຶ້ນ 24,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ຄຽງຂ້າງນັ້ນ, ຕາມກົມໃຫຍ່ສະຖິຕິແລ້ວ, ຍອດຂາຍຍ່ອຍສິນຄ້າ ແລະ ການບໍລິການໃຊ້ສອຍເດືອນ ມັງກອນ 2024 ຄາດວ່າບັນລຸ 524,1 ຕື້ດົ່ງ (ກວ່າ 21,4 ຕື້ USD), ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິ່ງທີ່ໜ້າສົນໃຈແມ່ນ ເງິນລົງທຶນປະຕິບັດຈາກແຫຼ່ງງົບປະມານຂອງລັດໃນເດືອນຕົ້ນປີ 2024 ຄາດວ່າບັນລຸ 31,1 ຕື້ດົ່ງ (1,27 ຕື້ USD) ເພີ່ມຂຶ້ນ 12,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ໃນໄລຍະຜ່ານມາ, ມີຫຼາຍອົງການສາກົນໄດ້ຍົກອອກການຄາດຄະເນທີ່ໜ້າປະເອີບໃຈກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ໃນປີ 2024, ຕາມນັ້ນແລ້ວ, ສ່ວນຫຼາຍໄດ້ຕີລາຄາວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ກວ່າ 6%. ຊ້ຳບໍ່ໜຳ, ມີບາງການຄາດຄະເນຍັງຖືວ່າ, ຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 6,7%, ສູງກວ່າຄາດໝາຍເຊິ່ງສະພາແຫ່ງຊາດ ຫວຽດນາມ ໄດ້ວາງອອກໃຫ້ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ