ເສດ​ຖະ​ກິດ ຫວຽດ​ນາມ ປີ 2021: ຮັບ​ມື​ ແລະ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ​ ແລະ ພັດ​ທະ​ນາ

(VOVWORLD) -ກອງປະຊຸມສໍາມະນາຖືກຈັດຂຶ້ນເພື່ອແນໃສ່ສະຫຼຸບສະພາບເສດຖະກິດສັງລວມຂອງ ຫວຽດນາມ ໃນປີ 2020, ຕີລາຄາບັນດານະໂຍບາຍຮັບມືກັບໂລກລະບາດໂຄວິດ - 19 ຂອງ ລັດຖະບານ, ຈາກນັ້ນ, ບັນດານັກຊ່ຽວຊານເສດຖະກິດ ໄດ້ສະເໜີບາງຂໍ້ສະເໜີແນະກ່ຽວກັບນະໂຍບາຍ ເພື່ອແນໃສ່ນຳປະເທດຜ່ານຜ່າໂລກລະບາດໂຄວິດ - 19.
ເສດ​ຖະ​ກິດ ຫວຽດ​ນາມ ປີ 2021: ຮັບ​ມື​ ແລະ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ​ ແລະ ພັດ​ທະ​ນາ - ảnh 1ກອງປະຊຸມສຳມະນາ “ເສດຖະກິດຫວຽດນາມ ປີ 2020 ແລະ ແງ່ຫວັງປີ 2021 - ຮັບມື ແລະ ຜ່ານຜ່າໂລກລະບາດໂຄວິດ - 19 ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາ”.


        ຕອນເຊົ້າວັນທີ 31 ມີນາ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ສົມທົບກັບ ຄະນະເສດຖະກິດສູນກາງ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ກຸ່ມບໍລິສັດລົງທຶນ ແລະ ຄຸ້ມຄອງ V-Startup ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ້ວຍຫົວຂໍ້ “ເສດຖະກິດຫວຽດນາມ ປີ 2020 ແລະ ແງ່ຫວັງປີ 2021 - ຮັບມື ແລະ ຜ່ານຜ່າໂລກລະບາດໂຄວິດ - 19 ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາ”. ກອງປະຊຸມສໍາມະນາຖືກຈັດຂຶ້ນເພື່ອແນໃສ່ສະຫຼຸບສະພາບເສດຖະກິດສັງລວມຂອງ ຫວຽດນາມ ໃນປີ 2020, ຕີລາຄາບັນດານະໂຍບາຍຮັບມືກັບໂລກລະບາດໂຄວິດ - 19 ຂອງ ລັດຖະບານ, ຈາກນັ້ນ, ບັນດານັກຊ່ຽວຊານເສດຖະກິດ ໄດ້ສະເໜີບາງຂໍ້ສະເໜີແນະກ່ຽວກັບນະໂຍບາຍ ເພື່ອແນໃສ່ນຳປະເທດຜ່ານຜ່າໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ນະໂຍບາຍເງິນຕາຜ່ອນຜັນຕ້ອງລະມັດລະວັງກ່ຽວກັບຂອບຂະໜາດ ແລະ ເວລາແກ່ຍາວ. ນະໂຍບາຍສົກປີການເງິນຕ້ອງໃຊ້ຈ່າຍໃຫ້ຖືກຈຸດສຸມ, ປະຢັດ, ໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມຈຳເປັນເປັນພິເສດ. ບັນດານະໂຍບາຍກ່ຽວຂ້ອງເຖິງການໜູນຊ່ວຍສັງຄົມ ຕ້ອງຈັດສັນຕາມລຳລັບໃຫ້ບຸລິມະສິດແຖວໜ້າ. ພ້ອມກັນນັ້ນ, ຕ້ອງຍູ້ໄວການປ່ອຍເງິນລົງທຶນສາທາລະນະ, ຕິດຕາມກວດກາບັນດາບ້ວງສິນເຊື່ອໃນບັນດາຂົງເຂດມີຄວາມສ່ຽງ ຫຼື ບໍ່ມີການຜະລິດ ເພື່ອຮັບປະກັນໂຄງປະກອບສິນເຊື່ອໃຫ້ປອດໃສ ແລະ ປອດໄພ. 

ຕອບກັບ

ຂ່າວ/ບົດ​ອື່ນ