ເສດ​ຖະ​ກິດ ອາ​ເມ​ລິ​ກາ ມີ​ການ​ເຕີບ​ໂຕ​ຄືນ​ໃໝ່​ພາຍຫຼັງ​ຖືກຊຸດ​ໂຊ​ມ​ມາ​ເປັນ​ເວ​ລາ 2 ​ໄຕ​ມາດ​ຢ່າງ​ລຽນ​ຕິດ

(VOVWORLD) -ບົດລາຍງານສະບັບຫຼ້າສຸດກ່ຽວກັບ GDP ໄດ້ຍົກອອກມາພາຍຫຼັງຊາວອາເມລິກາ ສະແດງຄວາມວິຕົກກັງວົນຕໍ່ໄພເງິນເຟີ້ ແລະ ຄວາມສ່ຽງຊຸດໂຊມໃນສະພາບການການເລືອກຕັ້ງສະພາແຫ່ງຊາດ ກາງອາຍຸການທີ່ໃກ້ຈະດຳເນີນນີ້.
ເສດ​ຖະ​ກິດ ອາ​ເມ​ລິ​ກາ ມີ​ການ​ເຕີບ​ໂຕ​ຄືນ​ໃໝ່​ພາຍຫຼັງ​ຖືກຊຸດ​ໂຊ​ມ​ມາ​ເປັນ​ເວ​ລາ 2 ​ໄຕ​ມາດ​ຢ່າງ​ລຽນ​ຕິດ - ảnh 1ພາບປະກອບ: AFP/TTXVN

ວັນທີ 27 ຕຸລາ, ກະຊວງການຄ້າ ອາເມລິກາ ໄດ້ປະກາດບັນດາຂໍ້ມູນໂດຍໃຫ້ຮູ້ວ່າ ພື້ນຖານເສດຖະກິດປະເທດນີ້ໄດ້ຢັ້ງຢືນລະດັບການເຕີບໂຕ 2,6% ໃນໄຕມາດທີ III ປີ 2022, ຢຸດຕິທ່າຊຸດໂຊມຢ່າງລຽນຕິດໃນ 2 ໄຕມາດຕົ້ນປີ. ການສົ່ງອອກເພີ່ມຂຶ້ນຢ່າງແຮງກ່ວາ ແລະ ດັດຊະນີການຊົມໃຊ້ແບບຍືນຍົງບວກກັບຕະຫຼາດແຮງງານພັດທະນາເປັນຢ່າງດີ ໄດ້ຊ່ວຍຟື້ນຟູການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ເຖິງຢ່າງໃດກໍ່ຕາມ, ທະນາຄານສະສົມສະຫະລັດອາເມລິກາ (FED) ໄດ້ເພີ່ມດອກເບ້ຍຂຶ້ນເຖິງ 5 ຄັ້ງ ໃນປີນີ້ ເພື່ອຄວບຄຸມກັດໄພເງິນເຟີ້ ແລະ ຄາດວ່າຈະສືບຕໍ່ເພີ່ມຂຶ້ນຢ່າງລຽນຕິດໃນເວລາຈະມາເຖິງ.

ບົດລາຍງານສະບັບຫຼ້າສຸດກ່ຽວກັບ GDP ໄດ້ຍົກອອກມາພາຍຫຼັງຊາວອາເມລິກາ ສະແດງຄວາມວິຕົກກັງວົນຕໍ່ໄພເງິນເຟີ້ ແລະ ຄວາມສ່ຽງຊຸດໂຊມໃນສະພາບການການເລືອກຕັ້ງສະພາແຫ່ງຊາດ ກາງອາຍຸການທີ່ໃກ້ຈະດຳເນີນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ