ເສດຖະກິດລັດເຊຍຍັງເປັນປົກກະຕິໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ

ເສດຖະກິດລັດເຊຍຍັງເປັນປົກກະຕິໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
(ພາບ: AFP/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 19/6, ​ກ່າວ​ຄຳ​ເຫັນ​ຢູ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St.Peterburg (SPIEF 2015), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢັ້​ງ​ຢືນ​ວ່າ: ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ, ປິດ​ລ້ອມ​ຂອງ ຝ່າຍ​ຕາ​ເວັນ​ຕົກ, ກໍ່​ຄື​ເລື່ອງ​ຖືກ​ຈຳ​ກັດ​​ການ​ສຳ​ພັດ​ກັບຕະຫຼ​າດ​ສາ​ກົນ ແລະ ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ຖືກ​ຫລຸດ​ລົງ, ພື້ນ​ຖານ​ເສດ​ຖະ​ກິດ ລັດ​ເຊຍ ຍັງ​ເປັນ​ປົກ​ກະ​ຕິ​ຢູ່. ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ໃຫ້​ຮູ້​ວ່າ, ລັດ​ເຊຍ ຈະ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ. ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ເສດ​ຖະ​ກິດ ລັດ​ເຊ​ຍ ກັບ ໂລກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ເນັ້​ນ​ໜັກ​ຕ້ອງ​ປັບ​ປຸງ​ການ​ເຊື່ອມ​ຕໍ່​ໃນ​ສະ​ຫະ​ພັນ​ດ້ານ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ເພື່ອ​ພັດ​ທະ​ນາ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ລັດ​ເຊຍ, ພ້ອມ​ທັງ​ຕ້ອ​ງ​ເພີ່ມ​ທະ​ວ​ີ​ການ​ພົວ​ພ​ັນ​ເສດ​ຖະ​ກິດ​ກັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ. ທ່ານກໍ່​ໄດ້​ເຕື້ອງ​ເຖິງ​ເລື່ອງ​ໄລ​ຍະ​ມໍ່ໆ​ນີ້, ສຳ​ພັນ​ທະ​ມິດເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ທຳ​ອິດ​ກັບ ຫວຽດ​ນາມ ແລະ ຢັ້​ງ​ຢືນ ລັ​ດ​ເຊຍ ຈະ​ມານ​ະ​ພະ​ຍາ​ຍາມ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ບົນຫຼັກ​ກ​ານ​ສະ​ເໝີ​ພາບ, ເປີດ​ກ້​ວາງ​ກັບ​ທຸກໆ​ປະ​ເທດ​ເພື່ອ​ຮັບ​ປະ​ກັນ​ຜົນ​ສຳ​ເລັດ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ.


ຂ່າວ/ບົດ​ອື່ນ