ເສດຖະກິດແມ່ນຈຸດສຸມ ແຫ່ງໃນການຮ່ວມມື ລະຫວ່າງນະຄອນ ໂຮ່ຈິມິນ ແລະ ບັນດາທ້ອງຖິ່ນຂອງແບນຊິກ

ເສດຖະກິດແມ່ນຈຸດສຸມ ແຫ່ງໃນການຮ່ວມມື ລະຫວ່າງນະຄອນ ໂຮ່ຈິມິນ ແລະ ບັນດາທ້ອງຖິ່ນຂອງແບນຊິກ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 22/01, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Johan Vandelanotte, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ເສດຖະກິດ​ທະ​ເລ​ທາງ​ທິດເໜືອ ​ລາຊະ​ອານາຈັກ​​ແບນ​ຊິກ ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

  ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​, ທ່ານ ​ເລ​ຮ່ວາງ​ກວນ ຖື​ວ່າ, ຄວາມ​ສາມາດ​ບົມຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາຊະ​ອານາຈັກ​ແບນ​ຊິກ ​ຍັງ​ໃຫຍ່​ຫຼວງ​ຢູ່ ​ແຕ່​ການ​ພົວພັນ​ດ້ານ​ການ​ຄ້າ​, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ຈຳກັດ​ຢູ່. ຜ່ານ​ການ​ຢ້ຽມຢາມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Johan Vandelanotte ຄັ້ງ​ນີ້, 2 ຝ່າຍ​ສາມາດ​ຊຸກຍູ້​ການ​ຮ່ວມ​ມືຢ່າງ​ແຮງ​ກວ່າ ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ​. ​ທ່ານ​ຮອງ​ນາຍົກລັດຖະມົນຕີ Johan Vandelanotte ກໍ່​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​​ແຜນ​ຮ່າງ, ​ແຜນການ​ພັດທະນາ​ດ້ານ​ພື້ນຖານ​ໂຄງ​ລ່າງ​ຂອງ​ນະຄອນ​ໂຮ່ຈິ​ມິນ​ຄື ການວາງ​ແຜນ​ພັດທະນາ​ລະບົບ​ທ່າ​ກໍ່າ​ປັ່ນ​ຂອງ​ນະຄອນ; ​ໂຄງການ​ຍົກ​ລະດັບ​ຄອງ​ເໝືອງ ​ເຕີນ​ຮ໋ວາ - ລໍ່​ກົ໋ມ.

ຂ່າວ/ບົດ​ອື່ນ