ເສີມຂະຫຍາຍກຳລັງແຮງພາຍໃນວົງຄະນາຍາດເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ


ເສີມຂະຫຍາຍກຳລັງແຮງພາຍໃນວົງຄະນາຍາດເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1
ທ່ານ ຫງວຽນ​ຈ້ອງ​ດາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ
ທະ​ຫານ​ເສຍ​ອົງ​ຄະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 2/8, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ ​ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ​ກ່ຽວ​ກັບ “ການ​ເສັງ​ຂໍ້​ລິ​ເລີ່ມ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ຜ່ານ​ການ​ເສີມ​ຂ​ະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງວົງ​ຄະ​ນາ​ຍາດ” ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ວົງ​ຄະ​ນາ​ຍາດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ ຫງວຽນ​ຈ້ອງ​ດາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ຢືນ​ຢັນ: ພ້ອມ​ກັບ​ກຳ​ລັງ​ແຮງ​ລົງ​ທຶນ​ຂອງ​ລັດ, ການ​ຫນູນ​ຊ່ວຍ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ, ສ່ວນ​ບຸກ​ຄົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ຄວາມ​ຕັ້ງ​ຫນ້າ​ບືນ​ຕົວ​ຂຶ້ນ​ຂອງ​ຜູ້​ທຸກ​ຍາກ, ຄາດ​ໝາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ. ທ່ານ​ ຫງວຽນ​ຈ້ອງ​ດາມ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ການ​ເສັງ​ບໍ່​ພຽງ​ແຕ່​ຄັດ​ເລືອກ​ຜູ້​ດີ​ເດັ່ນ​ເພື່ອມອບ​ລາງວັນ ຫາກ​ບັນ​ຫາ​ຕົ້ນ​ຕໍ​ແມ່ນ​​ສືບ​ຕໍ່​ມູນ​ເຊື້ອ, ເຜີຍ​ແຜ່, ສົ່ງ​ເສີມ​ເພື່ອ​ໃຫ້​ທັງ​ປະ​ເທດເອົາ​ໃຈ​ໃສ່​ເຖິງ​ການ​ຊອກ​ຫາ​ມາ​ດ​ຕະ​ການ, ຊອກ​ຮູ້​ຮູບ​ແບບ​ວົງ​ຄະ​ນາ​ຍາດ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.”

ຕອບກັບ

ຂ່າວ/ບົດ​ອື່ນ