ເສີມ​ຂະ​ຫຍາຍ​ບົດ​ບາດ, ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 27 ສິງຫາ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກ ກັບບັນດາກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ IX ແລະ ບາງອົງການຈັດຕັ້ງ, ສະມາຄົມ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. 
ເສີມ​ຂະ​ຫຍາຍ​ບົດ​ບາດ, ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ໂດ໋ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບຮູ້, ຕີລາຄາສູງບັນດາກຳມະການຄະນະກຳມະການ, ປະຊາຄົມຊາວຫວຽດນາມ, ບັນດາສະມາຄົມ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງ ປະເທດ ທີ່ໄດ້ສະຫງວນບັນດານ້ຳໃຈຄວາມຮັກແພງ, ຄວາມຮັບຜິດຊອບ ຕໍ່ບ້ານເກີດເມືອງນອນ, ໃນນັ້ນຕ້ອງເວົ້າເຖິງບັນດາການປະກອບສ່ວນກ່ຽວກັບພູມປັນຍາ, ເຫື່ອແຮງ, ວັດຖຸເພື່ອພັດທະນາເສດຖະກິດໃຫ້ແກ່ປະເທດຊາດ, ພິເສດແມ່ນການສະໜັບສະໜູນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານ ໂດ໋ວັນຈຽນ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາກຳມະການຂອງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ກຳແໜ້ນສະພາບການ, ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອສ່ອງແສງ, ສະເໜີແນະໄປຍັງ ພັກ, ລັດ ແລະ ແນວໂຮມປະເທດຊາດ, ຂົນຂວາຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ, ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຈັດຕັ້ງຫຼາຍການເຄື່ອນໄຫວທີ່ແທດຈິງ ໃນປະຊາຄົມ ເພື່ອແນໃສ່ປັບປຸງຢ່າງແໜ້ນແຟ້ນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ