ເສີມຂະຫຍາຍບົດບາດນັກຮົບເກົ່າໃນການພັດທະນາເສດຖະກິດ

(VOVWORLD) - ຕອນບ່າຍວັນທີ 27 ເມສາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າ ແລະ ສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ.
ເສີມຂະຫຍາຍບົດບາດນັກຮົບເກົ່າໃນການພັດທະນາເສດຖະກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ແລະ ບັນດາຜູ້ແທນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຖືວ່າ: ສະມາຄົມນັກຮົບເກົ່າ ຫວຽດນາມ ແລະ ສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງໝັ້ນຄົງເຂັ້ມແຂງ ກ່ຽວກັບຂອບຂະໜາດການຈັດຕັ້ງ ແລະ ປະລິມານ, ຄຸນນະພາບການເຄື່ອນໄຫວ. ສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ເປັນແບບຢ່າງເພື່ອສຶກສາມູນເຊື້ອການປະຕິວັດໃຫ້ລຸ້ນໜຸ່ມ; ທ່ານຢືນຢັນວ່າ ແມ່ນອົງການການເມືອງສັງຄົມທີ່ມີອິດທິພົນຊື່ສຽງ, ເປັນສະມາຊິກຕັ້ງໜ້າຂອງແນວໂຮມປະເທດຊາດ ຫວຽດນາມ.

        ມາຮອດປັດຈຸບັນ, ສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ໄດ້ມີ 42 ອົງການສະມາຊິກຢູ່ 42 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ