ເຫດວາງລະເບີດຢູ່ທາງພາກເໜືອຊີຣີ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບກວ່າ 20 ຄົນ

(VOVWORLD) -       ວັນທີ 31 ຕຸລາ, ເຫດວາງລະເບີດດ້ວຍລົດໂອໂຕໄດ້ເກີດຂຶ້ນຢູ່ຕະຫຼາດຂາຍຜັກຢູ່ Afrin - ເຂດທາງພາກເໜືອຊີຣີ ໂດຍກຳລັງຕວກກີ ຄວບຄຸມ, ອັນໄດ້ກໍ່ໃຫ້ເກີດມີການລົ້ມຫາຍຕາຍຈາກຢ່າງໃຫຍ່ຫຼວງ.

ເຫດວາງລະເບີດຢູ່ທາງພາກເໜືອຊີຣີ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບກວ່າ 20 ຄົນ - ảnh 1 ເຫດວາງລະເບີດດ້ວຍລົດໂອໂຕໄດ້ເກີດຂຶ້ນຢູ່ຕະຫຼາດຂາຍຜັກຢູ່ Afrin

(ພາບ: AFP/TTXVN)

ສຳນັກຂ່າວສານທາງການ Anadolu ຂອງຕວກກີ ໃຫ້ຮູ້ວ່າ, ມີວັດຖຸລະເບີດເປັນຈຳນວນຫຼາຍໄດ້ວາງຢູ່ໃນລົດຂົນສົ່ງເຄື່ອງແຊ່ເຢັນທີ່ຈອດຢູ່ເຂດຕະຫຼາດດັ່ງກ່າວ. ເຫດລະເບີດດັ່ງກ່າວໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 8 ຄົນເສຍຊີວິດ ແລະ 14 ຄົນໄດ້ຮັບບາດເຈັບ.

        ໃນຂະນະນັ້ນ, ສຳນັກຂ່າວສານ SANA ຂອງຊີຣີ ກໍ່ໄດ້ໃຫ້ຂ່າວກ່ຽວກັບເຫດວາງລະເບີດດັ່ງກ່າວ, ແຕ່ຈຳນວນຜູ້ເສຍຊີວິດແມ່ນ 9 ຄົນ ແລະ ມີ 20 ຄົນໄດ້ຮັບບາດເຈັບ. ປະຈຸບັນ, ຍັງບໍ່ທັນມີອົງການໃດອອກມາຮັບຜິດຊອບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ