ເຫດເຮືອບິນ Boeing 737 MAX: ມີຫຼາຍຄອບຄົວຂອງຜູ້ປະສົບເຄາະຮ້າຍຢູ່ອິນໂດເນເຊຍ ສືບຕໍ່ຮ້ອງຟ້ອງ ບໍລິສັດການບິນ Boeing

(VOVWORLD) -ນັບມື້ນັບມີຫຼາຍຄອບຄົວຜູ້ປະສົບເຄາະຮ້າຍທີ່ເສຍຊີວິດໃນເຫດເຮືອບິນຂອງບໍລິສັດການບິນ Lion Air ຂອງ ອິນໂດເນເຊຍ ຕົກເມື່ອເດືອນ ຕຸລາ 2018 ຜ່ານມາ ໄດ້ຍື່ນໃບຮ້ອງຟ້ອງ ກຸ່ມບໍລິສັດຜະລິດເຮືອບິນ Boeing Co. 

ນັບມື້ນັບມີຫຼາຍຄອບຄົວຜູ້ປະສົບເຄາະຮ້າຍທີ່ເສຍຊີວິດໃນເຫດເຮືອບິນຂອງບໍລິສັດການບິນ Lion Air ຂອງ ອິນໂດເນເຊຍ ຕົກເມື່ອເດືອນ ຕຸລາ 2018 ຜ່ານມາ ໄດ້ຍື່ນໃບຮ້ອງຟ້ອງ ກຸ່ມບໍລິສັດຜະລິດເຮືອບິນ Boeing Co. ທີ່ການຖະແຫຼງຂ່າວ ໂດຍບໍລິສັດກົດໝາຍຈັດຕັ້ງຂຶ້ນຢູ່ນະຄອນຫຼວງ Jakarta ຂອງ ອິນໂດເນຍເຊຍ ໃນວັນທີ 8 ເມສາ, ຄອບຄົວຂອງຜູ້ປະສົບເຄາະຮ້າຍ  11 ຄົນ ໃຫ້ຮູ້ວ່າ ເຂົາເຈົ້າກໍາລັງພ້ອມກັບສິບໆຄອບຄົວຢູ່ປະເທດນີ້ ຮ້ອງຟ້ອງ Boeing. ບັນດາຄອບຄົວຜູ້ປະສົບເຄາະຮ້າຍ ແລະ ທະນາຍຄວາມ ກໍຖືວ່າ ບັນດາຄໍາກ່າວປາໄສຂອງທ່ານ Dennis Muilenburg  ຜູ້ອໍານວຍການ Boeing ທີ່ກ່ຽວຂ້ອງເຖິງລະບົບບັງຄັບອັດຕະໂນມັດ - ເຊິ່ງໄດ້ຍົກອອກໃນ ເທບບັນທຶກການຖະແຫຼງ ໃນອາທິດກ່ອນ ແມ່ນ ການ “ຍອມຮັບ” ແລະຈະເປັນຫຼັກຖານຊ່ວຍການຮ້ອງຟ້ອງຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ