ເຫດເຮຶອບິນທະຫານຕົກຢູ່ກຳປູເຈຍເຮັດໃຫ້5ຄົນເສຍຊີວິດ

ເຫດເຮຶອບິນທະຫານຕົກຢູ່ກຳປູເຈຍເຮັດໃຫ້5ຄົນເສຍຊີວິດ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 14/7, ມີ​ເຮືອບິນ​​ທະຫານ​ລຳ​ໜຶ່ງ​ຂອງ ກຳປູ​ເຈຍ ຕົກ​ຢູ່​ຊານ​ນະຄອນຫຼວງ ພະນົມ​ເປັນ, ​ເຮັດ​​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ ໜຶ່ງ​ຄົນ​ຮັບ​ບາ​ດ​ເຈັບ. ​ເຫດການ​ເກີດ​ຂຶ້ນ​ເມື່ອ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ຂົນ​ສົ່ງ​ພົນທະຫານ ​ແລະ ນາຍ​ທະ​ຫານ 6 ຄົນ ພວມ​ປະຕິບັດ​ການ​ບິນຝຶກ​ແອບ​ ​ໄດ້​ຕົກລົງ​ໜອງ​ແຫ່ງ​ໜຶ່ງ ​ແລະ ລະ​ເບີດ​ຂຶ້ນ​ຢູ່​ເມືອງ Dangkor, ຫ່າງ​ຈາກ​ນະຄອນຫຼວງ ພະນົມ​ເປັນ 12 ກມ​ໄປ​ທາງ​ທິດ​​ໃຕ້. ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ນັ້ນ, ມີ​ນາຍ​ພົນ Uk Ponnaha, ຜູ້​ບັນຊາ​ການ​ກົມ​ກອງ​ເຮືອ​ບິນ​ເອລິ​ກອບ​ແຕ​ທະຫານ. ​ເຮືອບິນ​ລຳ​ດັ່ງກ່າວ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ເຮືອ​ບິນ Z9 12 ລຳ​ເຊິ່ງ ກຳປູ​ເຈຍ ຊື້ມາ​ຈາກຈີນ​ ​ເມື່ອ​ປີ 2009. ​ສາຍ​ເຫດ​ພວມ​ໄດ້​ຮັບ​ການ​ສືບສວນ.


ຂ່າວ/ບົດ​ອື່ນ