ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ສະຖານທູດ ຫວຽດນາມ ຈັດສົ່ງຄະນະປະຕິບັດງານມາໜູນຊ່ວຍປະຊາຄົມ

(VOVWORLD) - ໄລ່ຮອດວັນທີ 04 ມັງກອນ, ຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບຊາວ ຫວຽດນາມ ທີ່ເສຍຊີວິດຍ້ອນເຫດແຜ່ນດິນໄຫວ.
ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ສະຖານທູດ ຫວຽດນາມ ຈັດສົ່ງຄະນະປະຕິບັດງານມາໜູນຊ່ວຍປະຊາຄົມ - ảnh 1ຄະນະປະຕິບັດງານມາຊອກຮູ້ສະພາບການ ແລະ ໜູນຊ່ວຍຊາວ ຫວຽດນາມ ທີ່ພວມປະສົບກັບຄວາມຫຍຸ້ງຍາກຢູ່ທີ່ນີ້
(ພາບ: TTXVN)

        ວັນທີ 04 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດສົ່ງຄະນະປະຕິບັດງານມາແຂວງ Ishikawa, ທ້ອງຖິ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນບ່າຍວັນທີ 01 ມັງກອນ ຢູ່ ຍີ່ປຸ່ນ, ເພື່ອຊອກຮູ້ສະພາບການ ແລະ ໜູນຊ່ວຍຊາວ ຫວຽດນາມ ທີ່ພວມປະສົບກັບຄວາມຫຍຸ້ງຍາກຢູ່ທີ່ນີ້.

        ຄະນະປະຕິບັດງານຂອງສະຖານທູດ ໄດ້ເຮັດວຽກກັບອຳນາດການປົກຄອງຂອງແຂວງ, ຜູ້ຕາງໜ້າຄະນະເຮັດວຽກທີ່ຮັບນັກຝຶກງານ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ທ້ອງຖິ່ນເພື່ອກຳແໜ້ນສະພາບການ. ຜູ້ຕາງໜ້າແຂວງ Ishikawa, ໃຫ້ຮູ້ວ່າ, ໄລ່ຮອດວັນທີ 04 ມັງກອນ, ຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບຊາວ ຫວຽດນາມ ທີ່ເສຍຊີວິດຍ້ອນເຫດແຜ່ນດິນໄຫວ. ຜູ້ຕາງໜ້າແຂວງໃຫ້ຮູ້ວ່າ, ວຽກງານສະຖິຕິປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງ, ສະນັ້ນ, ຫວັງວ່າ ສະຖານທູດ ພ້ອມກັບບັນດາສະມາຄົມຊາວ ຫວຽດນາມ ອາໄສຢູ່ທ້ອງຖິ່ນຈະສະໜອງຂໍ້ມູນຂ່າວຕື່ມອີກ, ຖ້າມີຈະສະໜອງໃຫ້ບັນດາອົງການທີ່ມີໜ້າທີ່ຂອງແຂວງ.

        ຕາມອຳນາດການປົກຄອງແຂວງແລ້ວ, ໃນຈຳນວນຊາວ ຫວຽດນາມ ດຳລົງຊີວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ Ishikawa 5.000 ຄົນນັ້ນ, ມີຊາວ ຫວຽດນາມ ປະມານ 600 ຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຫຼມ Noto, ຈຸດໃຈກາງຂອງເຫດແຜ່ນດິນໄຫວທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ