ເອກ​ອັກ​ຄະ​ລັດ​ຖະ​ທູດ EU ປະ​ຈຳ ອາ​ຊຽນ​ຕີ​ລາ​ຄາ​ສູງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36 ແລະ ການ​ພົ​ວ​ພັ​ນ​ຮ່ວມ​ມື ລະ​ຫວ່າງ EU - ອ​າ​ຊຽ​ນ

(VOVWORLD) - ທ່ານ Driesmans ຖືວ່າ ເລື່ອງຫວຽດນາມ ສຸມໃສ່ປັບປຸງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນເໝາະສົມທີ່ສຸດໃນສະພາບການໃນປັດຈຸບັນ, ໃນຂະນະທີ່ໂລກລະບາດພວມກໍ່ຜົນກະທົບຢ່າງຮ້າຍແຮງ ທີ່ບໍ່ເຄີຍມີມາກ່ອນ ຕໍ່ພື້ນຖານເສດຖະກິດທົ່ວໂລກໃນປະຫວັດສາດໃກ້ໆນີ້. 

ເອກ​ອັກ​ຄະ​ລັດ​ຖະ​ທູດ EU ປະ​ຈຳ ອາ​ຊຽນ​ຕີ​ລາ​ຄາ​ສູງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36 ແລະ ການ​ພົ​ວ​ພັ​ນ​ຮ່ວມ​ມື ລະ​ຫວ່າງ EU - ອ​າ​ຊຽ​ນ - ảnh 1 ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (EU) ປະຈຳ ອາຊຽນ

  (ພາບ: TTXVN)

ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (EU) ປະຈຳ ອາຊຽນ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຜ່ານຜ່າບັນດາສິ່ງທ້າທາຍ “ທີ່ບໍ່ເຄີຍມີມາກ່ອນ” ຢ່າງແທ້ຈິງ ເພື່ອຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໃນວັນທີ 26 ມິຖຸນາ ສຳເລັດຜົນ. ທ່ານ Driesmans ໄດ້ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດໃນໄລຍະເວລາກ່ວາ 50 ປີຜ່ານມາ, ບັນດາການນຳອາຊຽນໄດ້ພົບປະ ແລະ ແລກປ່ຽນກັນຜ່ານຮູບການທາງອອນລາຍ.ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ກອງປະຊຸມສຸດຍອດຢ່າງເປັນທາງການທຳອິດໂດຍຫວຽດນາມ ຈັດຕັ້ງຂຶ້ນໃນຖານະເປັນປະທານອາຊຽນ 2020 ບັນລຸໄດ້ບາງໝາກຜົນທີ່ສຳຄັນ.

ບັນດາການນຳອາຊຽນໄດ້ສືບຕໍ່ເດີນຕາມໂຄງການດຳເນີນງານເຊື່ອມໂຍງຂອງພາກພື້ນທີ່ເຕັມໄປດ້ວຍຄວາມມຸ່ງຫວັງ, ດ້ວຍການຮັບຮອງເອົາຖະແຫຼງການ “ວິໄສທັດລວມກ່ຽວກັບອາຊຽນທີ່ສະໜິດຕິດພັນ ແລະ ຕອບສະໜອງ: ຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາການເຕີບໂຕ”. ພິເສດ, ຖະແຫຼງການນີ້ຈະຮັບຮູ້ຄວາມຈຳເປັນຕ້ອງຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການຟື້ນຟູເສດຖະກິດ - ສັງຄົມໃນພາກພື້ນ.

ທ່ານ Driesmans ຖືວ່າ ເລື່ອງຫວຽດນາມ ສຸມໃສ່ປັບປຸງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນເໝາະສົມທີ່ສຸດໃນສະພາບການໃນປັດຈຸບັນ, ໃນຂະນະທີ່ໂລກລະບາດພວມກໍ່ຜົນກະທົບຢ່າງຮ້າຍແຮງ ທີ່ບໍ່ເຄີຍມີມາກ່ອນ ຕໍ່ພື້ນຖານເສດຖະກິດທົ່ວໂລກໃນປະຫວັດສາດໃກ້ໆນີ້. ທ່ານ Driesmans ຢັ້ງຢືນວ່າ EU ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນເພື່ອແນໃສ່ສ້າງປະຊາຄົມວັດທະນາຖາວອນ, ມີຄວາມປອດໄພ ແລະ ເປັນເອກະພາບຍ້ອນວ່າ ສິ່ງນີ້ຈະນຳຜົນປະໂຫຍດມາໃຫ້ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ