ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາອວຍພອນບຸນປີໃໝ່ລາວ

ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາອວຍພອນບຸນປີໃໝ່ລາວ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 14/4, ​ເນື່ອງ​​ໃນ​ໂອກາດ​ບຸນປີ​ໃໝ່ຂອງ ສປປ ລາວ, ທ່ານ ຟ້າ​ມກວາງ​ວີ​ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ພ້ອມ​ກັບ ພັນ​ລະ​ຍາ ​ແລະ ຜູ້ຕາງໜ້າ​ພະນັກງານ​ສະຖານທູດ ​​ໄດ້ໄປ​ອວຍພອນ​ບຸນປີ​ໃໝ່​ ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄໝ ຊາ​​ຍົງ ພ້ອມ​ດ້ວຍພັນ​ລະ​ຍາ​ ​ແລະ ບັນດາ​ພະນັກງານ, ລັດຖະກອນ​ຂອງ​ສະຖານທູ​ດ ລາວ ປະຈຳ ວໍ​ຊິງ​ຕັນ ດີ​ຊີ. ນະ​ທີ່​ນີ້, ທ່ານເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວີ​ງ ອວຍພອນ​ເອກ​ອັກຄະ​ລັດຖະທູດ ພ້ອມ​ດ້ວຍພັນ​ລະ​ຍາຂ​​ອງ ​ແລະ ​ພະນັກງານ, ພາລະ​ກອນ​ສະຖານທູ​ດລາວ ​ແລະ ຄອບຄົວ​, ກ້າວ​ເຂົ້າ​ສູ່​ປີ​ໃໝ່​​ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກ ​ແລະ ບັນ​ລຸ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ການ​ງານ. ທ່ານເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວີ​ງ​ ​ເຊື່ອ​ໝັ້ນ​ວ່າ: ​ສະຖານທູ​ດ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ພົວພັນ​ກັບປະ​ເທດ​ປະຈຳ​ຖິ່ນ​ບົນ​ພື້ນຖານ 2 ຝ່າຍ ກໍ​ຄື​ໃນ​ຂອບ​ເຂດ ອາ​ຊຽນ.

   ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ລາວ ​ໄໝ ຊາ​​ຍົງ ຢັ້ງຢືນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນລະຫວ່າງສະຖານທູ​ດ 2 ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ 2 ຝ່າຍ.


ຂ່າວ/ບົດ​ອື່ນ