ເອີ​ລົບ​ສືບ​ຕໍ່​ແມ່ນ​ຈຸດ​ຮ້ອນ​ເຮັ່ງ ຂອງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ເອີລົບສືບຕໍ່ແມ່ນຈຸດຮ້ອນເຮັ່ງ ຂອງໂລກລະບາດໂຄວິດ - 19 ເມື່ອມີຫຼາຍປະເທດຢູ່ເອີລົບ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ນັບໝື່ນຄົນ, ຍົກຕົວຢ່າງຄື: ເຢຍລະມັນ ຫຼາຍກ່ວາ 60,7 ພັນຄົນ, ອັງກິດ ຫຼາຍກ່ວາ 38.000 ຄົນ ແລະ ແບນຊິກ ຫຼາຍກ່ວາ 12.000 ຄົນ.



ເອີ​ລົບ​ສືບ​ຕໍ່​ແມ່ນ​ຈຸດ​ຮ້ອນ​ເຮັ່ງ ຂອງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 8 ໂມງ 00 ນາທີ ຂອງວັນທີ 18 ພະຈິກ (ຕາມເວລາ ຫວຽດນາມ), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກ່ວາ 255,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,1 ລ້ານຄົນ. ປະເທດໄດ້ຮັບຜົນກະທົບຫຼາຍທີ່ສຸດຍັງແມ່ນ ອາເມລິກາ ດ້ວຍຜູ້ເສຍຊີວິດກ່ວາ 787.000 ຄົນ ໃນຈຳນວນຜູ້ຕິດເຊື້ອຫຼາຍກ່ວາ 48,2 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ເອີລົບສືບຕໍ່ແມ່ນຈຸດຮ້ອນເຮັ່ງ ຂອງໂລກລະບາດໂຄວິດ - 19 ເມື່ອມີຫຼາຍປະເທດຢູ່ເອີລົບ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ນັບໝື່ນຄົນ, ຍົກຕົວຢ່າງຄື: ເຢຍລະມັນ ຫຼາຍກ່ວາ 60,7 ພັນຄົນ, ອັງກິດ ຫຼາຍກ່ວາ 38.000 ຄົນ ແລະ ແບນຊິກ ຫຼາຍກ່ວາ 12.000 ຄົນ.

ຢູ່ ທະວີບອາເມລິກາ ທ່ານນາງ Carissa Etienne ຜູ້ອຳນວຍການອົງການອະນາໄມ Pan ອາເມລິກາ (PAHO) ໃຫ້ຮູ້ວ່າ ປະຊາຊົນຢູ່ ທະວີບອາເມລິກາ ໄດ້ສັກວັກຊິນກັນໂຄວິດ - 19 ມີ ກ່ວາ 50% ແລະ ນີ້ແມ່ນຂີດໝາຍສຳຄັນໃນຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ