ເອົາໃຈໃສ່,ໃຫ້ບຸລິມະສິດໜູນຊ່ວຍບັນດາເຂດໄຕບັກຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ

ເອົາໃຈໃສ່,ໃຫ້ບຸລິມະສິດໜູນຊ່ວຍບັນດາເຂດໄຕບັກຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ - ảnh 1
(ເອົາໃຈໃສ່,ໃຫ້ບຸລິມະສິດໜູນຊ່ວຍບັນດາ
ເຂດໄຕບັກຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 10/12, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະ ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ໄ​ດ້​ຈັດ​ກອງ​ປະ​ຊຸມ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງວ່​ອງ​ໄວ, ແບບ​ຍືນ​ຍົງ ຢູ່ 6 ແຂວງ​ທີ່​ມີ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ສ​ູງ​ຢູ່​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ລວ​ມ​ມີ: ຮ່າ​ຢາງ, ກາວ​ບັ່ງ, ອຽນ​ບ​າຍ, ເຊີນ​ລາ, ດ້ຽນ​ບຽນ, ລາຍ​ເຈົາ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ, ຫົວ​ໜ້າ​ຄ​ະ​ນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ເນັ້ນ​ໜັກ​ວ່າ: ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ໄດ້​ຮັບ​ບຸ​ລິ​ມະ​ສິດ​ຫຼາຍ​ຢ່າງ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍ​ບາຍ, ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ການ​ຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງວ່ອງ​ໄວ,  ແຕ່​ວ່າ, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ທົ່ວ​ເ​ຂດຕາ​ເວັນ​ຕົກ​ສ່ຽງ​ເໜືອຍັງ​ຢູ່​ໃນ​ລະ​ສູງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

      “ຕາມ​ມາດ​ຖານ​ທຸກ​ຍາກ​ໃໝ່, ຄາດ​ໝາຍ, ໜ້າ​ທີ່​ຫຼຸດ​ຜ່ອ​ນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ຂອງ​ພວກ​ເຮົາ ບ​ໍ່​ມີ​ການ​ປ່ຽນ​ແປງ, ແຕ່​ມາດ​ຕະ​ການ​ປະ​ຕິ​ບັດ​ຕ້ອງ​ຄົບ​ຊຸດ, ຮອບ​ດ້ານ, ມີ​ປະ​ສິດ​ທິ​ຜົນ ເພື່ອ​ໃຫ​້​ຄົນ​ທຸກ​ຍາກ​ຍົກ​ສູງ​ລາຍ​ຮັບ, ທັງ​ສຳ​ພັດ​ກັບ​ການ​ບໍ​ລິ​ການ​ສັງ​ຄົມ​ໂດຍ​ພື້ນ​ຖານ ແລະ ​ສິ່ງສຳ​ຄັນ​ທີ່​ສຸດ​ແມ່ນ​ລົບ​ລ້າງຄວາມ​ທຸກ​ຍາກ​ຢ່າງ​ເຖິງ​ຖອງ, ຮັບ​ປະ​ກັນ​ຈຸດ​ໝາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບ​ບ​ຍືນ​ຍົງ. ຕ້ອງ​ຊອກ​ຫາ​ໄດ້​ເຫດ​ຜົນ​ຂອງ​ຄວາມ​ທຸກ​ຍາກ​ແມ່ນ​ມີ​ຄວ​າມ​ສຳ​ຄັນ​ຍິ່ງ, ຈາກນັ້ນ​ພວກ​ເຮົາ​ຈະ​ມີ​ມາດ​ຕະ​ການ​ເໝາະ​ສົມ​ໃຫ້​ແຕ່​ລະ​ເຂດ, ແຕ່​ລະ​ທ້ອ​ງ​ຖິ່ນ”.

ຂ່າວ/ບົດ​ອື່ນ